ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນເຊົ້າວັນທີ 7 ພະຈິກ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ. ສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງ ແລະ ປະກອບຄໍາເຫັນໃສ່ບົດລາຍງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ໂດຍເລີ່ມຈາກບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ ແຕ່ປີ 2021-2025 ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງອົງການກວດກາແຫ່ງລັດ ແລະ ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2021 ທີ່ສະເໜີໂດຍ ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດ.
ທ່ານໄດ້ຍົກໃຫ້ເຫັນຫລາຍບັນຫາພົ້ນເດັ່ນທີ່ອົງການກວດກາແຫ່ງລັດກວດກາເຫັນ, ໃນນີ້ ສະເພາະການກວດກາຕາມແຜນການປີ 2023 ທີ່ສະພາແຫ່ງຊາດຮັບຮອງ ໄດ້ກວດກາໂຄງການລົງທຶນຂອງລັດທີ່ບໍ່ຜ່ານການປະເມີນ, ການວາງເງິນຄໍ້າປະກັນສັນຍາໂຄງການ ແລະ ເອກະສານບໍ່ຄົບຖ້ວນ 75 ໂຄງການ, ກວດກາສໍາເລັດແລ້ວ 32 ໂຄງການ ເຮັດໃຫ້ຍັງຄ້າງ 43 ໂຄງການ, ກວດກາໂຄງ ການລົງທຶນຂອງລັດທີ່ມີມູນຄ່າ 10 ຂຶ້ນໄປ ແລະ 60 ຕື້ລົງມາ ລວມທັງໝົດ 2.370 ໂຄງການ ໃນນີ້ກວດກາສໍາເລັດແລ້ວ 499 ໂຄງການ ແລະ ອື່ນໆ.
ທ່ານ ຄໍາພັນ ພົມມະທັດ ຍັງໄດ້ຍົກໃຫ້ເຫັນຜົນການກວດກາ ແລະ ບາງບັນຫາທີ່ຕັ້ງຂຶ້ນທີ່ຄວນຕ້ອງເອົາໃຈໃສ່ປັບປຸງແກ້ໄຂໃຫ້ດີຂຶ້ນ ລວມມີ: ການຈັດຕັ້ງປະຕິບັດຫລາຍໂຄງການບໍ່ສໍາເລັດຕາມສັນຍາທີ່ວາງໄວ້, ການຊໍາລະສະສາງບໍ່ໄປຕາມສັນຍາ, ທັງແກ່ຍາວເວລາ ແລະ ອື່ນໆ.
ຫລັງຈາກນັ້ນກອງປະຊຸມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ ແຕ່ປີ 2021-2025 ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ ແລະ ບົດລາຍງານຜົນການກວດສອບບົດ ສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022 ທີ່ສະເໜີໂດຍ ທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງການກວດສອບແຫ່ງລັດ.
ທ່ານໄດ້ຍົກໃຫ້ເຫັນຫລາຍບັນຫາທີ່ອົງການກວດສອບແຫ່ງລັດກວດເຫັນ, ໃນນີ້ ສະເພາະການກວດສອບກອງທຶນຫລຸດຜ່ອນຄວາມທຸກຍາກ ໃນບ້ວງເງິນກູ້ຈາກທະນາຄານໂລກ ມູນຄ່າ 22 ລ້ານກວ່າໂດລາສະຫະລັດ. ຜ່ານການກວດສອບແຜນຈັດສັນລາຍຈ່າຍຂອງໂຄງການບໍ່ມີນິຕິກໍາ ແລະ ບ່ອນອີງທີ່ຈະແຈ້ງເພື່ອກໍານົດອັດຕາສ່ວນທີ່ເໝາະສົມລະຫວ່າງກິດຈະກໍາທາງກົງ ແລະ ທາງອ້ອມມູນຄ່າຫລາຍສົມຄວນ.
ພາຍຫລັງ ຜູ້ຕາງໜ້າອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດຂຶ້ນຜ່ານບົດລາຍງານສໍາເລັດ, ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດຕໍ່ສອງບົດລາຍງານດັ່ງກ່າວ. ຈາກນັ້ນ ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນປະກອບຄໍາເຫັນໃສ່ທັງສອງບົດລາຍງານ ຕາມການເຈາະຈີ້ມຂອງປະທານກອງປະຊຸມ.
ທ່ານ ໄມສີ ວຽງວິໄລ, ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ສະເໜີໃຫ້ທັງສອງອົງການເອົາໃຈໃສ່ໃຫ້ດີຂຶ້ນກວ່າເກົ່າໃນການແກ້ໄຂຜົນຂອງການກວດກາ ແລະ ກວດສອບ ເພາະໄລຍະຜ່ານມາກວດພົບເຫັນເປົ້າໝາຍຕ່າງໆ ເປັນຈໍານວນຫລາຍ ແຕ່ການແກ້ໄຂຍັງບໍ່ທັນດີເທົ່າທີ່ຄວນ.
ສໍາລັບການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດໃສ່ບົດລາຍງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຈະໃຫ້ສໍາເລັດໃນຕອນບ່າຍມື້ນີ້.
ຂ່າວ: ບຸນຕຽງ ຈັນທະວົງ