ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ລົງເຄື່ອນໄຫວເຮັດວຽກຢູ່ເມືອງພຽງ

Mar 13, 2025

ໃນວັນທີ 12 ມີນາຜ່ານມານີ້, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຊຶ່ງນຳໂດຍທ່ານ ຈັດຕະວາ ແກ້ວຄໍາເພັດ ສະມາຊິກສະ​ພາ​ແຫ່ງ​ຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງພຽງ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ບຸດສະກອນ ອິນທະລັງສີ ເຈົ້າເມືອງໆພຽງ ພ້ອມການນໍາເມືອງ ແລະ ປະຊາຊົນບັນດາເຜົ່າຕ້ອນຮັບຢ່າງອົບອຸ່ນ.
ທ່ານ ເຈົ້າເມືອງໆພຽງ ໄດ້ລາຍງານສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບາງວຽກ​ງານທີ່​ພົ້ນ​ເດັ່ນ ຂອງເມືອງໃນ​ໄລ​ຍະ 1 ປີ ​ຜ່ານ​ມາໂດຍຫຍໍ້ໃຫ້ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ຮັບຊາບ. ຈາກນັ້ນ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ກໍໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ເພຶ່ອເຮັດໃຫ້ ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າທຸກຊັ້ນຄົນໄດ້ຮັບຮູ້ເຖິງການຕົກລົງ ແລະ ຮັບຮອງເອົາບັນດານິຕິກຳຕ່າງໆ ແລະ ບັນຫາສຳຄັນຂອງຊາດກໍຄືຂອງແຂວງໄຊຍະບູລີທີ່ສະພາໄດ້ຮັບຮອງ ພ້ອມທັງນຳເອົານິຕິກຳ ແລະ ບັນຫາສຳຄັນພື້ນຖານດັ່ງກ່າວ ນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຂອງແຕ່ລະພາກສ່ວນຢ່າງເລິກເຊິ່ງ, ຖືກຕ້ອງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ຂ່າວ: ວົງສະຫວັນ ສຸທິໂວຫານ