ພິທີສະສາງລົດໃຫ້ພະນັກງານບຳນານ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ທີ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຊັບສິນກະຊວງການເງິນ, ມີບັນດາອະດີດພະນັກງານການນຳ ແລະ ພະນັກງານບຳນານ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ.
ຈຸດປະສົງ ແມ່ນເພື່ອກວດກາ ແລະ ສະສາງລົດລັດທີ່ ອະດີດພະນັກງານການນໍາ , ພະນັກງານບໍານານນໍາໃຊ້ມາແລ້ວໃຫ້ຖືກຕ້ອງຕາມລະບຽບການ ໃນນີ້ໄດ້ເນັ້ນເຖິງນະໂຍບາຍຂອງພັກລັດ ທີ່ມີຕໍ່ພະນັກງານບໍານານ ແລະ ການຄິດໄລ່ຄ່າຫລຸ້ຍຫ້ຽນລົງ ເພື່ອໃຫ້ພະນັກງານບໍານານສາມາດຈ່າຍຕາມອາຍຸການເຮັດວຽກ.
ລົດລັດທີ່ສະສາງໃຫ້ ອະດີດພະນັກງານການນໍາ ຈໍານວນ 7 ຄັນ ແລະ ພະນັກງານອາວຸໂສ-ບຳນານ ຈໍານວນ 4 ຄັນ. ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີຂອງກະຊວງການເງິນ ວ່າດ້ວຍການສຳລະສະສາງລົດລັດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບໍານານຂອງກະຊວງ ຖວທ. ການສໍາລະສະສາງຄ່າລົດຕາມມູນຄ່າທີ່ໄດ້ກຳນົດນັ້ນ ແມ່ນໃຫ້ຈ່າຍງວດດຽວ, ກໍລະນີຫາກມີຜູ້ໃດຜູ້ໜຶ່ງບໍ່ສາມາດຈ່າຍໄດ້ ແມ່ນໃຫ້ສົ່ງລັດຄືນເພື່ອນໍາໃຊ້ເຂົ້າໃນວຽກງານ ລວມຂອງລັດໃນຂັ້ນຕໍ່ໄປ.
ຂ່າວ-ພາບ : ອອນລາຍ ວສລ







