ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫລອງຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ

Nov 24, 2025

ພິທີສະເຫລີມສະຫລອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ: ການມີສ່ວນຮ່ວມຂອງໄວໜຸ່ມ ໃນການເລັ່ງບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຂໍ້ຕົກລົງສາກົນວ່າດ້ວຍອະນາຄົດ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຂະແໜງການພາກລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການເຄືອຂ່າຍ ອົງການ ສປຊ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.
ໃນພິທີ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສປຊ ໄດ້ແນະນຳປຶ້ມຄູ່ມືຄຳແນະນຳກ່ຽວກັບລະບົບການດຳເນີນງານຂອງ ອົງການສະຫະປະຊາຊາດ ໃນລະດັບປະເທດ ໂດຍການສະໜັບສະໜູນຈາກລັດຖະບານສະວິດ. ປື້ມຄູ່ມືດັ່ງກ່າວ, ເປັນບ່ອນອີງທີ່ທັນກັບສະພາບການ ແລະ ມີປະໂຫຍດ ສຳລັບທຸກປະເທດສະມາຊິກ ອົງການ ສປຊ ໂດຍສະເພາະ ສຳລັບບັນດາປະເທດກໍາລັງພັດທະນາ ລວມທັງ ສປປ ລາວ ທີ່ຮ່ວມມືຢ່າງໃກ້ຊິດກັບອົງການ ສປຊ ກໍຄື ບັນດາອົງການເຄືອຂ່າຍ. ຄູ່ມືສະບັບນີ້, ບໍ່ເປັນພຽງແຕ່ຂໍ້ມູນຂ່າວສານທົ່ວໄປເທົ່ານັ້ນ, ຍັງເປັນເຄື່ອງມືເພື່ອສ້າງຄວາມເຂັ້ມແຂງ, ເຮັດໃຫ້ລະບົບ ອົງການ ສປຊ ມີຄວາມຊັດເຈນ ແລະ ເຂົ້າໃຈງ່າຍຂຶ້ນ, ເຮັດໃຫ້ວຽກງານຂອງອົງການ ມີຄວາມໂປ່ງໃສ ແລະ ເຂົ້າເຖິງໄດ້ງ່າຍ, ຊ່ວຍໃຫ້ບັນດາຂະແໜງການ, ຜູ້ຈັດຕັ້ງປະຕິບັດວຽກງານການພັດທະນາ ແລະ ບັນດາຊ່ຽວຊານ-ວິຊາການ ມີຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນໃນການຮ່ວມມືກັບອົງການຕ່າງໆ ຂອງອົງການສະຫະປະຊາຊາດ ຢ່າງມີຍຸດທະສາດ, ສາມາດເຊື່ອມສານໃຫ້ກົມກຽວກັບບຸລິມະສິດ ແຫ່ງຊາດ ດັ່ງທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະ ໃຫ້ສອດຄ່ອງຢ່າງມີປະ ສິດທິພາບ ກັບບັນດາໂຄງການຮ່ວມມືເພື່ອການພັດທະນາແບບຍືນຍົງ ຂອງ ອົງການ ສປຊ ກໍຄື ຮັບປະກັນໃຫ້ທຸກໆທຶນຮອນ-ການຊ່ວຍເຫລືອ ທີ່ຖືກໝູນໃຊ້ນັ້ນສ້າງຜົນປະໂຫຍດສູງສຸດ ໃຫ້ປະຊາຊົນລາວ.
May be an image of one or more people, dais, newsroom and text May be an image of one or more people, dais and text
ໃນໂອກາດດຽວກັນ, ຍັງໄດ້ເປີດນຳໃຊ້ ສະແຕັມທີ່ລະນຶກ 70 ປີ ຢ່າງເປັນທາງການ, ຊຶ່ງເປັນໜຶ່ງໃນກິດຈະກຳເພື່ອສະເຫລີມສະຫລອງ ການຮ່ວມມືອັນຍາວນານລະຫວ່າງ ລາວ ແລະ ອົງການ ສປຊ ໃນໄລຍະ 7 ທົດສະວັດ ຜ່ານມາ. ການຮ່ວມມືດັ່ງກ່າວ, ບໍ່ພຽງແຕ່ເປັນການປະກອບສ່ວນດ້ານນະໂຍບາຍ ແລະ ທຶນຮອນເທົ່ານັ້ນ, ແຕ່ເປັນການປະກອບສ່ວນສຳຄັນ ເຂົ້າໃນການຍົກລະດັບຊີວິດການເປັນຢູ່ທີ່ດີຂຶ້ນໃຫ້ປະຊາຊົນລາວ ຢ່າງແທ້ຈິງ ແລະ ຊ່ວຍສ້າງສັງຄົມໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຮັບມືກັບການປ່ຽນແປງທີ່ເກີດຂຶ້ນໃນປັດຈຸບັນ, ໄດ້ກາຍເປັນຮາກຖານໃຫ້ແກ່ ລາວ ກ້າວໄປສູ່ການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລະ ຫັນປ່ຽນຕົນເອງຈາກປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ປະເທດເຊື່ອມຈອດພາກພື້ນ ແລະ ສາກົນ.
May be an image of one or more people and text May be an image of text
ໃນການລົງຢ້ຽມຢາມຫ້ອງການ ອົງການ ສປຊ ຄັ້ງນີ້, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຢ້ຽມຊົມການວາງສະແດງຜົນງານ: “70 ປີແຫ່ງການຮ່ວມມື” ຈັດໂດຍອົງການເຄືອຂ່າຍ ອົງການ ສປຊ ເປັນຕົ້ນ ໂຄງການຮ່ວມມືດ້ານສຸຂະພາບຈະເລີນພັນ, ແມ່, ເດັກອ່ອນ, ເດັກ ແລະ ເຍົາວະຊົນ (ອົງການ UNFPA, WHO, UNICEF), ຜົນງານແກະສະຫລັກ ລະເບີດ (ນຳສະເໜີໂດຍ ນັກກວດກູ້ໄວໜຸ່ມເພດຍິງ), ການຮັບມື ແລະ ຕອບໂຕ້ຕໍ່ໄພພິບັດ (ອົງການ IOM), ໂຄງການກາເຟວັນໃໝ່ (ອົງການ UNODC) ແລະ ໂຄງການລະບົບອາຫານ ແລະ ໂພສະນາການ (ອົງການ WFP, FAO, IFAD).
ພາບ: ໜັງສືພິມວຽງຈັນໃໝ່