ສະຫລອງປີໃໝ່ລາວຢ່າງມ່ວນຊື່ນ ຢ່າລືມໃສ່ໃຈປ້ອງກັນອັກຄີໄພ
ປັດຈຸບັນ, ລວມຢູ່ໃນບັນຍາກາດແຫ່ງການສະເຫລີຍສະຫລອງຕ້ອນຮັບປີໃໝ່ລາວ ພສ 2567 ທີ່ຈະມາເຖີງນີ້ ເຊິ່ງຢູ່ໃນສະພາບອາກາດທີ່ຮ້ອນອົບເອົ້າຫລາຍ ໂດຍສະເພາະຢູ່ນະ ຄອນຫຼວງວຽງຈັນ ກໍຄື ບັນດາແຂວງພາກກາງລົງຫາພາກໃຕ້ ເຮັດໃຫ້ການຊົມໃຊ້ເຄື່ອງໃຊ້ໄຟຟ້າ ເພີ່ມສູງຂຶ້ນເກີນປົກກະຕິ ເປັນ ຕົ້ນ: ການນຳໃຊ້ແອເຢັນ, ພັດລົມ ແລະ ອື່ນໆ. ບາງຄອບຄົວທີ່ຂາດຄວາມລະມັດລະວັງໃນການໃຊ້ໄຟຟ້າ ແລະ ຂາດການກວດກາອຸປະກອນຮັບໃຊ້ໄຟຟ້າທີ່ໃຊ້ງານມາດົນມັກເປັນຕົ້ນເຫດຂອງໄຟຟ້າລັດວົງຈອນ ແລະ ເກີດອັກຄີໄພໄດ້ງ່າຍ.

ນອກຈາກນີ້ ຍ້ອນສະພາບອາກາດທີ່ຮ້ອນອົບເອົ້າຫລາຍ, ບວກກັບການຊົມໃຊ້ກະແສໄຟ ຟ້າທີ່ເພີ່ມຂຶ້ນ ເຮັດໃຫ້ເກີດມີບັນຫາໄຟໄໝ້ຊຸມສາຍເກາະຫ້ອຍຕາມເສົາໄຟຟ້າປະກົດໃຫ້ເຫັນ, ໃນນີ້ ສະເພາະເດືອນມີນາ 2024 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ມີເຫດໄຟໄໝ້ຊຸມສາຍຕ່າງໆ ຕາມເສົາໄຟເກີດຂຶ້ນເຖີງ 5 ຄັ້ງ, ສ່ວນໃນເດືອນເມ ສານີ້ ກໍປະກົດໃຫ້ເຫັນແລ້ວຫລາຍຄັ້ງ.
ອີງຕາມຂໍ້ມູນຈາກພະແນກຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປີ 2023 ຜ່ານມານີ້, ທົ່ວນະຄອນຫລວງວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 64 ຄັ້ງ ເຮັດໃຫ້ເຮືອນເສຍຫາຍ 21 ຫລັງ, ຕະຫລາດ 11 ຫ້ອງ, ຫ້ອງ ແຖວ 2 ຫລັງ, ບໍລິສັດ 4 ແຫ່ງ, ລົດເກັງ 1 ຄັນ, ລົດຈັກໄຟຟ້າ 1 ຄັນ, ໂຮງແຮມ 7 ຫ້ອງ ແລະ ອື່ນໆ ລວມມູນຄ່າເສຍຫາຍຫລາຍກວ່າ 9 ຕື້ກີບ, 30 ລ້ານບາດ, 55.000 ໂດລາສະຫະລັດ ແລະ 55.000 ຢວນ.
ສາເຫດຂອງອັກຄີໄພ ແມ່ນເກີດຈາກໄຟຟ້າຊ໊ອດ 15 ຄັ້ງ, ໄຟຟ້າລັດວົງຈອນ 11 ຄັ້ງ, ຈູດຂີ້ເຫຍື້ອ ແລະ ປ່າຫຍ້າ 32 ຄັ້ງ, ໃຕ້ທູບທຽນບູຊາ 2 ຄັ້ງ, ຂັດຄ່ອງສະພາບເຕັກນິກຂອງເຄື່ອງຈັກ 1 ຄັ້ງ ແລະ ຢູ່ໃນຂັ້ນຕອນສືບ ສວນສອບສວນ 15 ຄັ້ງ.
ເວົ້າສະເພາະ 2 ເດືອນ (ມັງກອນ-ກຸມພາ) ປີ 2024 ຢູ່ນະ ຄອນຫລວງວຽງຈັນ ມີອັກຄີໄພເກີດຂຶ້ນ 15 ຄັ້ງ ສ້າງຄວາມເສຍ ຫາຍ 1 ຕື້ກວ່າກີບ, ໃນນີ້ຫຼາຍກວ່າໝູ່ແມ່ນ ໄຟໄໝ້ເຮືອນ 7 ຫລັງ, ໄໝ້ລົດ 1 ຄັນ, ໄໝ້ພັດລົມດູດອາກາດ 2 ຄັ້ງ ແລະ ໄຟ ໄໝ້ປ່າ 5 ຄັ້ງ, ສ້າງຄວາມເສຍຫາຍຫລາຍກວ່າ 1 ຕື້ 106 ລ້ານກີບ ແລະ 3 ໝື່ນໂດລາສະຫະລັດ, ໃນນີ້ ເກີດຂຶ້ນຫລາຍກວ່າໝູ່ແມ່ນຢູ່ເມືອງໄຊທານີ ເນື່ອງຈາກມີເນື້ອ ທີ່ກວ້າງຂວາງ ແລະ ດິນເປົ່າວ່າງຫລາຍເຮັດໃຫ້ເກີດໄຟໄໝ້ປ່າໄດ້ງ່າຍ.
ໃນໄລຍະຜ່ານມາ, ເຖີງວ່າພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ເຄື່ອນໄຫວໂຄສະນາເຜີຍແຜ່ ວິທີການ ປ້ອງກັນອັກຄີໄພທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງຢູ່ສະຖານທີ່ຕ່າງໆ ທັງພາກລັດ ແລະ ເອກະຊົນ, ລວມເຖີງເຄື່ອນໄຫວແນະນຳປະຊາຊົນຢູ່ຕາມຄຸ້ມບ້ານຕ່າງໆ ຢ່າງຕໍ່ ເນື່ອງ, ແຕ່ການລົງໂຄສະນານີ້ຍັງບໍ່ ທັນເຂົ້າເຖີງປະຊາຊົນໄດ້ຢ່າງທົ່ວເຖີງ ເນື່ອງຈາກມີຂໍ້ຈຳກັດຫຼາຍຢ່າງ.
ອີກດ້ານໜຶ່ງ, ແມ່ນປາດສະຈາກບໍ່ໄດ້ວ່າ ຄົນທີ່ເຂົ້າຮ່ວມຮັບຟັງບໍ່ໃສ່ໃຈ ແລະ ເອົາໃຈໃສ່ປະຕິບັດຕາມທີ່ເຈົ້າໜ້າທີ່ແນະນໍາໄດ້ດີເທົ່າທີ່ຄວນ ຈຶ່ງເຮັດໃຫ້ມີອັກຄີໄພເກີດຂຶ້ນຢ່າງຕໍ່ເນື່ອງ.
ບູຮານລາວກ່າວໄວ້ວ່າ: “ໂຈນປຸ້ນ 10 ຄັ້ງ ບໍ່ເທົ່າໄຟໄໝ້ຄັ້ງດຽວ”. ຄໍາເວົ້ານີ້ ໄດ້ບົ່ງບອກຢ່າງຈະແຈ້ງແລ້ວວ່າ: ອັກຄີໄພ ມີຄວາມອັນຕະລາຍຮ້າຍແຮງພຽງໃດ. ດັ່ງນັ້ນ ເພື່ອເຮັດໃຫ້ການ ປ້ອງກັນອັກຄີໄພໄດ້ຮັບຜົນດີກ່ວາເກົ່າ ນອກຈາກເປັນຄວາມຮັບ ຜິດຊອບຂອງເຈົ້າໜ້າທີ່ກ່ຽວຂ້ອງໂດຍກົງແລ້ວ, ອົງການຈັດຕັ້ງທຸກຂັ້ນ, ປະຊາຊົນທຸກຊັ້ນຄົນ, ນັບທັງຊາວຕ່າງປະເທດທີ່ມາອາໃສຢູ່ນະຄອນຫລວງວຽງຈັນ ຈົ່ງເພີ່ມສະຕິປ້ອງກັນອັກຄີໄພໃຫ້ສູງຂຶ້ນກວ່າເກົ່າ, ຕ້ອງເອົາໃຈໃສ່ກວດກາສາຍໄຟຟ້າ, ອຸປະ ກອນເຄື່ອງໃຊ້ໄຟຟ້າຕ່າງໆ ໃຫ້ຢູ່ໃນສະພາບດີໄດ້ມາດຕະຖານ, ຖ້າເຫັນວ່າເກົ່າ, ເປ່ເພ, ບໍ່ຮັບປະກັນ ຕ້ອງປ່ຽນໃໝ່.
ທຸກໆ ຄັ້ງທີ່ໃຊ້ເຄື່ອງໃຊ້ໄຟຟ້າສຳເລັດແລ້ວ ຕ້ອງມອດໄຟ ແລະ ຖອດປັກສຽບໃຫ້ດີ, ການໄຕ້ທູບທຽນບູຊາຕ້ອງຕິດຕາມ ຫລື ມອດກ່ອນເພື່ອຮັບປະກັນຄວາມປອດໄພ. ຖ້າຫາກພົບເຫັນເຫດການໄຟໄໝ້ສາມາດໂທແຈ້ງໄດ້ທີ່ໝາຍເລກ 1190 ໄດ້ຕະຫລອດ 24 ຊົ່ວໂມງ.
ທັງໝົດນີ້, ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີອັກຄີໄພເກີດຂຶ້ນ ເພາະອັກຄີໄພມີແຕ່ນຳເອົາຄວາມຫາຍຍະນະມາໃຫ້ແກ່ຕົນເອງ, ຄອບຄົວ, ສັງຄົມ ກໍ່ຄື ປະເທດຊາດ.





