ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫລອງ ເປີດນໍາໃຊ້ລົດໄຟລາວ-ຈີນ ຂ້າມແດນ ຄົບຮອບ 1 ປີ

Apr 14, 2024

ສະຫລອງ ເປີດນໍາໃຊ້ລົດໄຟລາວ-ຈີນ ຂ້າມແດນ ຄົບຮອບ 1 ປີ
ພິທີສະເຫລີມສະຫລອງ ເປີດນໍາໃຊ້ລົດໄຟລາວ-ຈີນ ຂ້າມແດນ ຄົບຮອບ 1 ປີ (13/4/2023–13/4/2024) ໄດ້ຈັດຂຶ້ນໃນວັນທີ 13 ເມສາ 2024 ທີ່ສະຖານີລົດໄຟລາວ-ຈີນ ນະຄອນ ຫລວງວຽງຈັນ ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຫວາງ ຊາງ (Wang chang) ອຸປະທູດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ລາວ, ທ່ານ ຫລິວ ຫົງ ຜູ້ອຳນວຍການໃຫຍ່ ບໍລິສັດລົດໄຟລາວ-ຈີນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ຫວາງ ຊາງ ໄດ້ໃຫ້ຮູ້ວ່າ: ໃນເດືອນທັນວາ 2021 ໂຄງການທາງລົດໄຟລາວ-ຈີນ ໄດ້ເປີດການນຳໃຊ້ຢ່າງເປັນທາງ ການ. ຜ່ານຄວາມພະຍາຍາມ ແລະ ການປະສານງານຢ່າງສະໜິດແໜ້ນ ໂຄງການດັ່ງກ່າວ, ໄດ້ເຮັດໃຫ້ການຂົນສົ່ງສິນຄ້າ, ທ່ອງ ທ່ຽວ ແລະ ຜູ້ໂດຍສານມີຄວາມສະດວກສະບາຍ, ໃນເດືອນຜ່ານ ມາຈຳນວນຂົນສົ່ງຜູ້ໂດຍສານໄດ້ບຸກທະລຸ 30 ລ້ານເທື່ອຄົນ ແລະ ສິນຄ້າ 34 ລ້ານໂຕນສະເລ່ຍທຸກໆມື້ມີຈຳນວນຂົນສົ່ງຜູ້ ໂດຍສານ 13 ພັນເທື່ອຄົນ ແລະ ສິນຄ້າຕ່າງໆໄດ້ບັນລຸ 15 ພັນໂຕນ. ນັບແຕ່ການເປີດບໍລິການລົດໄຟຂ້າມແດນ ໃນວັນທີ 13 ເມສາ 2023 ມາເຖິງປັດຈຸບັນ ໄດ້ຂົນສົ່ງໂດຍສານປະມານ 150 ພັນຄົນ ຜູ້ໂດຍສານຈາກ 87 ປະເທດພາກພື້ນ ແລະ ສິນຄ້າສາ ກົນຫລາຍກວ່າ 8 ລ້ານໂຕນ ຊຶ່ງໄດ້ຊຸກຍູ້ການພັດທະນາການທ່ອງທ່ຽວ ແລະ ເສດຖະກິດ-ສັງຄົມ ຕາມທາງລົດໄຟ. ປັດຈຸບັນ ລົດໄຟລາວ-ຈີນ ໄດ້ກາຍເປັນວິທີໜຶ່ງໃນການອອກເດີນທາງທີ່ທັນສະໄໝ ສະດວກສະບາຍ ແລະ ມີຄວາມປອດໄພ ຂອງປະຊາ ຊົນລາວ ກັບບັນດານັກທ່ອງທ່ຽວຕ່າງປະເທດ ຊຶ່ງໄດ້ປັບປຸງວິຖີຊີວິດການເປັນຢູ່ ແລະ ການພັດທະນາການທ່ອງທ່ຽວ ຂອງປະ ຊາຊົນລາວຢ່າງເລິກເຊິ່ງ. ປີ 2024 ເປັນປີທ່ອງທ່ຽວລາວ ກໍຄື ສປປ ລາວ ດຳເນີນໜ້າທີ່ເປັນປະທານອາຊຽນ ເປັນກາລະໂອ ກາດອັນສຳຄັນຂອງ ສປປ ລາວ ໃນການສະແດງທິວທັດທຳມະ ຊາດອັນສວຍສົດງົດງາມວັດທະນະທຳອັນເປັນມູນເຊື້ອຍາວນານ ແລະ ຍົກສູງອິດທິພົນສາກົນ. ເຊື່ອໝັ້ນວ່າ ໂຄງການທາງລົດໄຟລາວ-ຈີນ ຈະເປັນການເຊື່ອມຕໍ່ອັນສຳຄັນລະຫວ່າງບັນດາປະເທດພາກພື້ນ ພ້ອມທັງຈະສົ່ງເສີມບົດບາດອັນສຳຄັນທີ່ສຸດໃນການ ສະແດງຮີດຄອງປະເພນີ ແລະ ຜົນສຳເລັດການພັດທະນາຂອງປະເທດລາວ ກໍຄື ຊຸກຍູ້ການໄປ-ມາຫາສູ່ກັນໃນພາກພື້ນ.
ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ຕະຫລອດໄລຍະ 1 ປີ ພາຍຫລັງທີ່ໄດ້ເປີດການບໍລິການຖ້ຽວລົດໄຟນະຄອນຫລວງວຽງຈັນ-ນະຄອນຄຸນໝິງ ເຫັນວ່ານັກທ່ອງທ່ຽວຈາກ ສປ ຈີນ ໄດ້ເພີ່ມຂຶ້ນເປັນຈຳນວນຫລາຍຖ້າທຽບໃສ່ ກ່ອນການເປີດການເຊື່ອມໂຍງຂະບວນລົດໄຟດັ່ງກ່າວ, ຈາກໃນປີ 2022 ມີ 45 ພັນກວ່າເທື່ອຄົນ ມາເປັນ 641.314 ເທື່ອຄົນ ໃນປີ 2023 ແລະ ໃນ 3 ເດືອນຕົ້ນປີ 2024 ມີນັກທ່ອງທ່ຽວຈີນເຂົ້າມາທ່ອງທ່ຽວປະມານ 242.193 ເທື່ອຄົນ. ການເປີດນໍາໃຊ້ເສັ້ນທາງດັ່ງກ່າວ, ເປັນເຫດການໜຶ່ງທີ່ມີຄວາມໝາຍ-ຄວາມສໍາຄັນ ປະກອບສ່ວນເຂົ້າໃນການພົວພັນຮ່ວມມືລະຫວ່າງສອງລັດຖະບານ ລາວ ແລະ ຈີນ ທີີ່ຍາມໃດກໍໃຫ້ການຊຸກຍູ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພັດທະນາປະເທດຊາດ ໃຫ້ມີຄວາມຮັ່ງມີເຂັ້ມແຂງ.
ຂ່າວ-ພາບ: ກິດຕາ