ສະຫລຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ຈັດຂື້ນໃນວັນທີ 3 ກຸມພາ 2025 ທີ່ຄະນະກວດກາສູນກາງພັກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາ ປະທານກວດກາພັກ-ລັດແຂວງ, ຫົວໜ້າ- ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາພັນ ພົມມະທັດ ມີຄໍາເຫັນກ່າວໄຂກອງປະຊຸມວ່າ: ຕະຫຼອດໄລຍະປີ 2024 ຜ່ານມາ, ບັນດາຄະນະພັກ, ອົງການນໍາແຕ່ລະຂັ້ນ ແລະ ອົງການຈັດຕັ້ງກວດກາພັກ-ລັດຢູ່ແຕ່ລະບ່ອນໄດ້ດໍາເນີນການເຄື່ອນໄຫວປະຕິບັດວຽກງານຢ່າງເຄັ່ງຮ້ອນຕາມພາລະບົດບາດ, ໄດ້ສຸມໃສ່ວຽກງານຕາມມະຕິຂອງສະພາແຫ່ງຊາດ, ປະຕິບັດການກວດກາຕາມປະກົດການການລະເມີດຕາມຄໍາຮ້ອງ-ຄໍາສະເໜີ ແລະ ຕາມການຕົກລົງມອບໝາຍຂອງຂັ້ນເທິງ.
ກອງປະຊຸມຄັ້ງນີ້, ຈະໄດ້ສະຫຼຸບຕີລາຄາຄືນຜົນໄດ້ຮັບທັງໝົດ, ນັບທັງດ້ານດີຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຊິ່ງຈະໄດ້ຄົ້ນຄວ້າປຶກສາຫາລືບັນຫາຕ່າງໆໃຫ້ເລິກເຊິ່ງເຮັດໃຫ້ຜົນສໍາເລັດທີ່ຍາດມາໄດ້ກໍຄືດ້ານທີ່ຍັງອ່ອນ-ຄົງຄ້າງ, ໄດ້ຮັບການພິຈາລະນາຢ່າງຖືກຕ້ອງຊັດເຈນຕາມຄວາມເປັນຈິງ, ສາມາດຖອດຖອນໃຫ້ໄດ້ບົດຮຽນກໍຄືບັນຫາຕົວຈິງ ເພື່ອເປັນບ່ອນອີງໃຫ້ການປັບປຸງແກ້ໄຂໃນຕໍ່ໜ້າ, ໃນນີ້ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນລົງເລິກຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳຄິດ-ຄຳເຫັນຕໍ່ຮ່າງບົດສະຫຼຸບຕີລາຄາການເຄື່ອນ ໄຫວວຽກງານຕິດຕາມກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີ, ການຕິດຕາມ-ກວດກາການແກ້ໄຂຜົນຂອງການກວດກາ.
ພ້ອມນັ້ນ ຍັງຈະໄດ້ຕີລາຄາເຖິງການປັບປຸງພາຍໃນຂອງຄະນະກວດກາ ແລະ ອົງການກວດກາແຕ່ລະຂັ້ນ ໂດຍສະເພາະແມ່ນການປັບປຸງກົງຈັກການຈັດຕັ້ງ ປີ 2024 ລວມທັງການປຶກສາຫາລືກ່ຽວກັບທິດທາງແຜນການ ເຄື່ອນໄຫວວຽກຈຸດສຸມໃນປີ 2025 ຕື່ມອີກ.
ທ່ານ ຄໍາພັນ ພົມມະທັດ ກ່າວຕື່ມວ່າ: ປີ 2025 ເປັນປີມ້ວນທ້າຍໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ຈຶ່ງມີຄວາມຈໍາເປັນຕ້ອງປະຕິບັດວຽກງານດ້ວຍຈິດໃຈບຸກບືນສູງສຸດ. ຈິດໃຈດັ່ງກ່າວກໍ່ຕ້ອງໄດ້ຮັບການປະຕິບັດຢ່າງແຂງແຮງໃນຂົງເຂດວຽກງານຂອງພວກເຮົາ ນອກນັ້ນ, ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການສະເໜີ ແລະ ແນະນຳບາງເນື້ອໃນເອກະສານທີ່ສຳຄັນຈຳນວນໜຶ່ງ ເພື່ອເປັນບ່ອນອີງໃຫ້ຄະນະກວດກາກະຊວງ-ອົງການ ແລະ ບັນດາແຂວງໃນການຈັດຕັ້ງປະຕິບັດ. ກອງປະຊຸມຄັ້ງນີ້ຈະດໍາເນີນໄປຈົນຮອດ 2 ວັນຈື່ງຈະສໍາເລັດ.





