ກອງປະຊຸມຄະນະໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ແຂວງບໍລິຄຳໄຊ-ແຂວງບຶງການ ຣາຊະ ອານາຈັກໄທ ຄັ້ງທີ 11 ປະຈໍາປີ 2024 ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ແຂວງບໍລິຄໍາໄຊ ເພື່ອສະຫລຸບຕີລາຄາຄືນຜົນການຮ່ວມມືຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ໂດຍມີທ່ານ ພັອ ຄໍາແພນ ວິລື້ທຳ ຫົວໜ້າກອງບັນຊາການ ທະຫານແຂວງ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ທ່ານ ພັອ ສຸຊາດ ນົນທະບຸດ ຜູ້ບັງຄັບການຄວບຄຸມທີ 2 ກອງກຳລັງສຸລະສັກມົນຕີ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ພ້ອມດ້ວຍຄະນະເຂົ້າຮ່ວມ.
ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນລາຍງານສະພາບການຕ່າງໆ ໃນໄລຍະ 3 ເດືອນຕົ້ນປີ 2024 ເປັນຕົ້ນ ການເຄື່ອນໄຫວຕິດຕາມ, ກວດກາ, ລາດຕະເວນຕາມຊາຍແດນ ເພື່ອສະກັດກັ້ນ ແລະ ປາບປາມຂະບວນການຂົນສົ່ງ, ຄ້າຂາຍຢາເສບຕິດທຸກປະເພດ ຊຶ່ງມີບັນດາເປົ້າໝາຍຄ້າ-ຂາຍຢາເສບຕິດ ຢູ່ບັນດາເມືອງ ແລະ ບ້ານ ຂອບເຂດບໍລິເວນຊາຍແດນ ສາມາດຢຶດຢາບ້າໄດ້ 22.222 ເມັດ, ຢາໄອສ໌ 1.559 ກິໂລກຣາມ, ກັນຊາ 456 ກິໂລກຣາມ, ຢາອີ 49 ຖົງ ນ້ຳໜັກ 61 ກິໂລກຣາມ, ເຮໂຣອິນ 99 ແທ່ງ ນ້ຳໜັກ 37,5 ກິໂລກຣາມ, ລົດໃຫຍ່ 4 ຄັນ ແລະ ລົດຈັກໄດ້ 2 ຄັນ.
ສອງຝ່າຍ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຫລາຍບັນຫາທີ່ສຳຄັນ ເປັນຕົ້ນ ສະເໜີໃຫ້ທັງສອງຝ່າຍອອກກວດກາລາດຕະເວນ ທາງນໍ້າຮ່ວມກັນ, ເອົາໃຈໃສ່ຊ່ວຍ ເຫລືອ, ປະສານງານເຊິ່ງກັນ ແລະ ກັນ ກ່ຽວກັບຜູ້ປະສົບໄພ, ຜູ້ປ່ວຍບາດເຈັບສຸກເສີນ ຕ້ອງການປິ່ນປົວຮີບດ່ວນ ໃນການເຂົ້າ-ອອກຂອງປະຊາຊົນ ແລະ ບຸກຄົນທົ່ວໄປຂອງທັງສອງປະເທດ, ເອົາໃຈໃສ່ປ້ອງກັນ ສະກັດກັ້ນການລັກລອບເຂົ້າ-ອອກເມືອງຜິດກົດໝາຍ ຂອງປະຊາຊົນທັງສອງຊາດ, ສະເໜີປິດການເດີນເຮືອ ຫລື ສັນຈອນທາງນ້ຳຕາມເວລາທີ່ກຳນົດ, ປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບການລັກລອບຂົນສົ່ງຢາເສບຕິດ ປະເພດກັນຊາ, ນ້ຳກະທ່ອມ ແລະ ສານຕັ້ງຕົ້ນຢາເສບຕິດ, ຢາສູບໄຟຟ້າ, ບັນດາເປົ້າໝາຍທີ່ມີໝາຍຈັບ ພວມລົບຫລີກໂຕນໜີມາພັກອາໄສ ໃນພື້ນທີ່ໃຫ້ກັນ ແລະ ກັນຊາບ ຢ່າງທັນການ ເພື່ອພ້ອມກັນສະກັດກັ້ນ ແກ້ໄຂໃຫ້ທັນເວລາ.
ໃນໂອກາດນີ້, ທັງສອງຝ່າຍ ໄດ້ພ້ອມກັນຊີ້ແຈງທົບທວນ ອະທິບາຍສະພາບການຈັດຕັ້ງປະຕິບັດ ກົນໄກການຮ່ວມມື ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ແຂວງບໍລິຄຳໄຊ-ບຶງການ ແລະ ບັນຫາອື່ນໆ ທີ່ມີການພົວພັນ ກ່ຽວຂ້ອງກັບບັນຫາຢາເສບຕິດ ພ້ອມນີ້, ກໍໄດ້ເອກະພາບກັນຕໍ່ບົດບັນທຶກ ເພື່ອຮ່ວມກັນສືບຕໍ່ປຶກສາຫາລື ແລກປ່ຽນຂໍ້ມູນຂ່າວສານ ເປັນພື້ນຖານແກ່ການກຳນົດທິດທາງ ໃນການສືບຕໍ່ພົວພັນຮ່ວມມືແກ້ໄຂ ບັນຫາຢາເສບຕິດຕາມຊາຍແດນ ຂອງທັງສອງຝ່າຍໃນຕໍ່ໜ້າ ເພື່ອຮ່ວມກັນຊອກຫາທຸກວິທີທາງ ໃນການຕິດຕາມ, ກວດກາ, ສະກັດກັ້ນ ແລະ ແກ້ໄຂກຸ່ມເປົ້າໝາຍຢາເສບຕິດ ໃຫ້ມີທ່າກ້າວຫລຸດລົງ.
ທີ່ມາ: ໜັງສືພິມ ປກສ





