ສະຫລຸບໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນລາວ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການແຄຣ໌ນານາຊາດ ປະຈຳລາວ ຈັດກອງປະຊຸມປະຈໍາປີທີ 2 ຂອງໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນໂດຍການມີສ່ວນຮ່ວມຂອງອົງການຈັດຕັັ້ງມະຫາຊົນແລະ ອົງການຈັດຕັັ້ງທາງສັງຄົມເພື່ອການພັດທະນາສີຂຽວໃນລາວ ຫລື GAMCIL ໃນວັນທີ 27 ກຸມພາ 2025 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດ ຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານນາງ ໄພວັນ ຈັນງາຄຳ, ຜູ້ອຳນວຍການດ້ານແຜນງານ, ອົງການແຄຣ໌ນານາຊາດ ປະຈໍາລາວ, ມີບັນດາທ່ານຮອງຫົວໜ້າພະແນກຖວທ ແລະ ຄະນະຜູ້ປະສານໂຄງການຂັ້ນແຂວງຈາກນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ, ຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສປປ ລາວ, ແລະ ຜູ້ຕາງໜ້າຈາກຫ້ອງການອົງການແຄຣ໌ ນານາຊາດ ປະຈຳລາວ.
ໃນພິທີທ່ານ ສະຫວັນຄອນ ຣາຊະມຸນຕຣີ ໄດ້ຍົກໃຫ້ເຫັນການກັນຈັດຕັ້ງປະຕິບັດໂຄງການຕະຫລອດໄລຍະ 2 ປີ ຊຶ່ງມີຫຼາຍກິດຈະກຳໄດ້ຮັບການຈັດຕັ້ງປະຕິບັດສໍາເລັດ ຕາມແຜນທີ່ ວາງໄວ້ ເປັນຕົ້ນການສ້າງເວັບໄຊຂອງສະມາຄົມ ແລະ ເປີດນໍາຢ່າງເປັນທາງການ ເປັນໜຶ່ງໃນກິດຈະກຳຂອງໂຄງ ການ ເພື່ອເປັນຊ່ອງທາງໃນການຮຽນຮູ້ບົດຮຽນຕ່າງໆ ລວມທັງການເຜີຍແຜ່ຜົນງານທີ່ກ່ຽວຂ້ອງກັບວຽກງານຂ່າວໃນປະເທດລາວ ເຮັດໃຫ້ນັກຂ່າວທົ່ວປະເທດສາມາດເຂົ້າເຖິງແຫຼ່ງຂໍ້ມູນຢ່າງງ່າຍດາຍ, ການລົງສໍາຫຼວດເກັບກໍາຂໍ້ມູນກ່ຽວກັບຄວາມຕ້ອງການຝຶກອົບຮົມນັກຂ່າວ ແລະ ຄວາມຕ້ອງການຂອງໂຄງການຢູ່ 3 ພາກ ເພື່ອອອກແບບ ແລະ ສ້າງຫຼັກສູດສໍາລັບສິດສອນ ແລະແຜນຝຶກອົບຮົມໃຫ້ນັກຂ່າວໃນຂອບເຂດທົ່ວປະເທດ, ການຈັດຊຸດຝຶກອົບຮົມຄູຝຶກນັກຂ່າວ (TOT), ການຈັດຊຸດຝຶກອົບຮົມນັກຂ່າວຢູ່ 3 ພາກ ຄື:ພາກເໜືອຢູ່ແຂວງຫຼວງພະບາງ, ພາກໃຕ້ຢູ່ຈໍາປາສັກ ແລະ ກາງຢູ່ນະຄອນຫຼວງວຽງຈັນ ໃນຫົວຂໍ້ “ການລາຍງານຂ່າວບັນຫາສີ ຂຽວ”, ການລົງໄປທັດສະນະສຶກສາເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ນັກຂ່າວກ່ຽວກັບໂລກະທັດຂອງຊຸມຊົນ ວ່າດ້ວຍບົດບາດຍິງ-ຊາຍຕໍ່ຄວາມສຳຄັນຂອງການພັດທະນາສີຂຽວຢູ່ເມືອງຂວາ, ແຂວງຜົ້ງສາລີ ແລະ ເມືອງດາກຈຶງ, ແຂວງເຊກອງ, ການຈັດການປະກວດແຂ່ງຂັນຜະລິດຕະພັນການລາຍງານຂ່າວບັນຫາສີຂຽວດີເດັ່ນ, ການຈັດໂຄງການແລກປ່ຽນ ແລະຝຶກອົບຮົມປະຕິບັດຕົວຈິງໃຫ້ນັກຂ່າວລາວຢູ່ປະເທດໄທ, ແລະຫຼ້າສຸດແມ່ນ ການຈັດເວທີເສວະນາລະດັບພາກພື້ນໃນຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວໃນຍຸກດີຈິຕອນ” ໂດຍການເຂົ້າຮ່ວມຂອງວິທະຍາກອນນັກວິຊາການອາວຸໂສຈາກປະເທດລາວ, ຫວຽດນາມ ແລະ ໄທ ແລະ ນັກຂ່າວລາວຈາກທົ່ວປະເທດໃນຮູບແບບເຊິ່ງໜ້າ ແລະ ອອນລາຍ.
ໃນໂອກາດກ່າວເປີດກອງປະຊຸມຢ່າງເປັນທາງການ, ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງຖະ ແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ຕີລາຄາສູງຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານ ໂດຍສະເພາະການສ້າງຕໍາລາສື່ສານມວນຊົນໃໝ່, ນໍາເອົາວິທີການສິດສອນສົ່ງຄວາມຮູ້ໃໝ່, ຝຶກອົບຮົມໃຫ້ນັກຂ່າວ ແລະ ຄູຝຶກຢູ່ 3 ພາກຂອງລາວ ນອກ ນັ້ນໂຄງການ GAMCIL ຍັງໄດ້ຈັດການແຂ່ງຂັນຜະລິດບົດຂ່າວອອນລາຍວ່າດ້ວຍການລາຍງານຂ່າວບັນຫາສີຂຽວ, ໂດຍຜູ້ຊະ ນະເລີດຈຳນວນ 6 ຄົນໄດ້ຮັບໂອກາດເດີນທາງໄປແລກປ່ຽນບົດ ຮຽນ ແລະປະສົບການກັບຜູ້ມີຊ່ຽວຊານໃນການລາຍງານຂ່າວການພັດທະນາສີຂຽວ ແລະ ຍືນຍົງຢູ່ປະເທດໄທໃນລະຫວ່າງຕົ້ນເດືອນກຸມພາຜ່ານມານີ້.
ໃນກອງປະຊຸມຄັ້ງນີ້ຍັງໄດ້ມອບລາງວັນໃຫ້ນັກຂ່າວທີ່ສົ່ງຜົນງານເຂົ້າຮ່ວມແຂ່ງຂັນຜະລິດຕະພັນການລາຍງານຂ່າວບັນຫາສີຂຽວດີເດັ່ນ ໃນນີ້ລາງວັນຊະນະເລີດມີ 3 ຄົນຄື: ແຂວງຫຼວງພະບາງ 2 ຄົນ, ສາລະວັນ 1 ຄົນ. ຮອງຊະນະເລີດມີ 3 ຄົນຄື: ນະຄອນຫຼວງວຽງຈັນ, ຈໍາປາສັກ, ສາລະວັນ, ສ່ວນລາງວັນຊົມເຊີຍມີ 4 ຄົນ.
ໂຄງການ GAMCIL ໄດ້ຮັບການຕົກລົງເຫັນດີອະນຸມັດຈາກກະຊວງການຕ່າງປະເທດ ແລະ ກະຊວງຖະ ແຫຼງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ ໂດຍແມ່ນສະມາຄົມນັກຂ່າວແຫ່ງ ສປປ ລາວ ເປັນຜູ້ຈັດຕັ້ງປະຕິ ບັດຕົວຈິງ ຮ່ວມກັບອົງການແຄຣ໌ ນານາຊາດ ປະຈຳລາວ ພາຍໃຕ້ການຊີ້ນຳຂອງກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ຫລື EU ເປັນເວລາ 4 ປີ ນັບແຕ່ປີ 2023 ຫາ 2027 ໂດຍໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ GAMCIL ຮ່ວມກັນຢ່າງເປັນທາງການໃນວັນທີ 14 ກັນຍາ 2023 ຜ່ານມາ.





