ຄະນະກຳມະການກະກຽມການສະ ເຫລີມສະຫລອງ ວັນແຫ່ງຊາດຕ້ານຢາເສບ ຕິດຄົບຮອບ 23 ປີ ແລະ ພິທີທຳລາຍຢາເສບຕິດ ຈັດກອງປະຊຸມປຶກສາຫາລື ໃນວັນທີ 7 ຕຸລາ 2024 ໂດຍມີ ທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາ ການ ປກສ ແຂວງ, ຮອງປະທານຄະນະກຳມະການ ສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 23 ປີ ແລະ ວັນທຳລາຍຢາເສບຕິດ 12 ຕຸລາ 2024.
ທ່ານ ພັທ ພົມມາ ດາວຮຸ່ງສຸລິ ໄດ້ໃຫ້ຮູ້ວ່າ: ກອງບັນຊາການ ປກສ ແຂວງ ໄດ້ກະກຽມດ້ານເນື້ອໃນຂອງບັນດາກິດຈະກຳຕ່າງໆ, ຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະກຳມະ ການກະກຽມສະເຫລີມສະ ຫລອງຂອງທ່ານເຈົ້າແຂວງສະຫວັນນນະເຂດ, ວາລະການເຄື່ອນໄຫວ ແຕ່ລະກິດຈະກຳ ແລະ ພິທີໂຮມຊຸມນຸມ ແລະ ພິທີທຳລາຍຢາເສບຕິດໃນວັນທີ 12 ຕຸລາ 2024, ປ້າຍຄຳຂວັນ 25 ປ້າຍ, ຈຳນວນຢາເສບຕິດທີ່ຄາດວ່າຈະນຳ ມາເຜົ່າທຳລາຍ ປະເພດຢາບ້າ 252.594 ເມັດ, ເຮໂຣອິນ 1 ແທ່ງ, ຢາໄອ 2 ຖົງໃຫຍ່, 2 ຖົງກາງ, 25 ຖົງນ້ອຍ, ຢາອີ 92 ເມັດ, ກັນຊາແຫ້ງ 606 ແທ່ງ 10 ໂຄ້ນ ແລະ ຢາສູບໄຟຟ້າ ຈຳນວນ 20 ອັນ
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື ໃນການກະກຽມຄວາມພ້ອມໃນການສະເຫລີມສະ ຫລອງ ແລະ ພິທີທຳລາຍຢາເສບຕິດ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.



