ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫວັນນະເຂດ ຈະກໍ່ສ້າງຂົວຂ້າມນ້ຳເຊບັ້ງຫຽງ ແລະເຊລະນອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ

Nov 26, 2024

ວັນທີ 25 ພະຈິກ 2024, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະການນຳຈາກພະແນກການ ແລະກົມກອງຕ່າງໆຂອງແຂວງ ໄດ້ລົງເຄື່ອນໄຫວຕິດຕາມ ແລະຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ເຂດບ້ານຫ້ວຍຫອຍ ເມືອງພີນ ໂດຍການນຳພາທາງຂອງທ່ານ ສຸດໃຈ ໄຊຍະວົງ ວ່າການເຈົ້າເມືອງພີນ.
ໃນໂອກາດນີ້, ທ່ານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ກໍ່ໄດ້ລົງຕິດຕາມເບິ່ງສະພາບຂົວຂ້າມນ້ຳເຊບັ້ງຫຽງ ເຂດບ້ານຫ້ວຍຫອຍ ເມືອງພີນ ທີ່ຖືກນ້ຳພັດເປ້ເພເສຍຫາຍໃນໄລຍະປີ 2019 ຜ່ານມາ, ເຮັດໃຫ້ປະຊາຊົນໃນເຂດດັ່ງກ່າວມີຄວາມຫຍຸ້ງ ຍາກໃນໄປມາຫາສູ່ກັນ, ການຂົນສົ່ງສິນຄ້າ ລວມເຖິງການເດີນ ທາງໄປປິ່ນປົວສຸລະພາບຢູ່ສຸກສາລາ ເຊິ່ງຈະຕ້ອງໄດ້ນຳໃຊ້ເຮືອບັກເພື່ອຂ້າມນ້ຳເຊ ຕໍ່ບັນຫາດັ່ງກ່າວ
ທ່ານເຈົ້າແຂວງ ໄດ້ປຶກສາຫາລືກັບພາກສ່ວນຕ່າງໆຂັ້ນແຂວງ ແລະເມືອງຢ່າງຮີບດ່ວນ ເຊິ່ງເຫັນວ່າຂົວ ແມ່ນເປັນປັດໄຈສຳຄັນ ແລະຈຳເປັນຕໍ່ການຍົກລະດັບຊີວິດການເປັນຢູ່ ກໍ່ຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຕັດສິນໃຈຈະສ້າງຂົວໃນ 2 ຈຸດຄື: ຂົວຂ້າມເຊບັ້ງຫຽງ ເຂດບ້ານຫ້ວຍຫອຍ ແລະຂົວຂ້າມເຊລະນອງບ້ານຫ້ວຍສິງໄປໃສ່ຈຸດ ສຸມທູນຂາມ ເມືອງພີນ ໂດຍມີບ້ານໄດ້ຮັບຜົນປະໂຫຍດທັງໝົດຈຳນວນ 21 ບ້ານ, ມີຈຳນວນພົນກວ່າ 15,000 ຄົນ ຊຶ່ງມອບຄວາມຮັບຜິດຊອບໃຫ້ພະແນກໂຍທາທິການ ແລະຂົນສົ່ງໄປສຳຫຼວດຄິດໄລ່ຢ່າງລະອຽດ ໂດຍສົມທົບກັບພາກສ່ວນກ່ຽວ ຂ້ອງຂອງແຂວງ ເພື່ອຮັບປະກັນທາງດ້ານເຕັກນິກ ແລະໃຫ້ສາ ມາດນຳໃຊ້ຢ່າງມີປະສິດທິພາບປະສິດທິຜົນສູງ.
ຈາກນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ລົງຢ້ຽມຢາມ ພ້ອມທັງໄດ້ມອບຂອງຕ້ອນຂອງຝາກເປັນເສື້ອກັນໜາວໃຫ້ອຳນາດການປົກຄອງ ແລະພໍ່ແມ່ປະຊາຊົນຊາວບ້ານຫ້ວຍຫອຍ ແລະຍັງໄດ້ມອບຊຸດນັກຮຽນຍິງ-ຊາຍ ແລະອຸປະກອນການຮຽນໃຫ້ລູກຫຼານນັກຮຽນຂອງໂຮງຮຽນປະຖົມ ແລະມັດທະຍົມບ້ານຫ້ວຍຫອຍນຳອີກ. ເຊິ່ງບ້ານຫ້ວຍຫອຍ ມີຈຳນວນພົນລະເມືອງທັງໝົດ 1,490 ຄົນ, ຍິງ 758 ຄົນ, ມີ 420 ຄອບຄົວ, ໃນນີ້ ຄອບຄົວທຸກຍາກ 48 ຄອບຄົວ.
ໃນໂອກາດນີ້, ທ່ານ ເຈົ້າແຂວງ ພ້ອມຄະນະ ກໍ່ຍັງໄດ້ລົງເຄື່ອນ ໄຫວຊີ້ນຳການພັດທະນາໃນຂັ້ນຮາກຖານພາຍໃນເມືອງພີນ ແລະເມືອງນອງນຳອີກ.
May be an image of 11 people and text