ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫວັນນະເຂດ ຈັດງານແຂ່ງຂັນໝໍລຳພື້ນບ້ານຮຸ່ນສືບທອດ

Mar 20, 2025

ວັນທີ 20 ມີນາ 2025 ທີ່ເວທີວັດທະນະທຳງານສະຫວັນ ສຸກສັນ ຫັນສາ ຈຶ່ງຈັດໃຫ້ມີການແຂ່ງຂັນໝໍລຳພື້ນບ້ານ (ລຳຜູ້ໄທ) ເຊິ່ງນອນຢູ່ໃນລຳ 4 ຈັງຫວະທີ່ເປັນເອກະລັກຂອງຄົນສະຫວັນ ໃຫ້ກຽດເຂົ້າຮ່ວມໃນງານຄັ້ງນີ້ ໂດຍມີທ່ານ ພັອ ລຳຄູນ ວໍລະວົງ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ.
ການແຂ່ງຂັນໝໍລຳພື້ນບ້ານຄັ້ງນີ້ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 10 ຄົນ,ຍິງ 6 ຄົນ ທີ່ມາຈາກໂຮງຮຽນແຫ່ງຕ່າງໆພາຍໃນແຂວງສະຫວັນນະເຂດ ຊຶ່ງການແຂ່ງຂັນລຳຜູ້ໄທແມ່ນເປັນອີກໜຶ່ງໃນກິດຈະກຳທີ່ຖືກກຳນົດເຂົ້າໃນງານສະເຫຼີມສະຫຼອງ 3 ວັນປະຫວັດສາດຄື: ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ຕິດພັນກັບເທສະການ ສະຫວັນສຸກສັນຫັນສາ (savanfun fest) ຄັ້ງທີ 5.
ຈຸດປະສົງເພື່ອເປັນການຟື້ນຟູສິລະປະວັດທະນະທໍາພື້ນບ້ານທີ່ເປັນເອກະລັກສະເພາະຂອງຊາວແຂວງສະຫວັນນະເຂດ.
ຜ່ານການແຂ່ງຂັນ
– ອັນດັບທີ 1: ທ້າວ ຫອມວິໄລ ຖັນສີດາວເຮືອງ ຈາກໂຮງຮຽນມິດຕະພາບລາວ – ຫວຽດນາມ ໄດ້ເງິນສົດ 3.000.000 ກີບ.
– ອັນດັບທີ 2: ນາງ ສຸກທິດາ ໄຊຍະແສງທອງ ຈາກໂຮງຮຽນ ມສ ໂພນສະຫວັນ, ໄດ້ເງິນສົດ 2.000.000 ກີບ.
– ອັນດັບທີ 3: ທ້າວ ນະຮອງ ຈຳປາ ຈາກວິທະຍາໄລເຕັກນິກວິຊາຊີບແຂວງສະຫວັນນະເຂດ, ໄດ້ເງິນສົດ 1.000.000 ກີບ. ສ່ວນລາງວັນຊົມເຊີຍແມ່ນໄດ້ຮັບເງິນສົດຄົນລະ 500.000 ກີບ.
ຂ່າວ – ພາບ: ອັກສອນສິນ ພົມມະຈັນ