ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫວັນນະເຂດ ປະກາດ ອະໄພຍະໂທດຫຼຸດຜ່ອນໂທດ ແກ່ນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ

Jan 9, 2025

ສະຫວັນນະເຂດ ປະກາດ ອະໄພຍະໂທດຫຼຸດຜ່ອນໂທດ ແກ່ນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ
ວັນທີ 7 ມັງກອນ 2025 ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແກ່ນັກໂທດທີ່ມີຄວາມກ້າວໜ້າ ໂດຍການເປັນປະທານຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດ ທັງເປັນປະທານຄະນະກຳມະການ ອະໄພຍະໂທດຂັ້ນແຂວງ.
ທ່ານ ສີບຸນເຮືອງ ໂກສົນ ຮອງປະທານສານປະຊາຊົນແຂວງ ທັງເປັນຄະນະກໍາມະການອະໄພຍະໂທດຂັ້ນແຂວງ, ໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການ ອະໄພຍະໂທດ ແກ່ນັກໂທດທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ປີ 2024 ຄົບຮອບ 49 ປີ, ເຊິ່ງອີງຕາມ ລັດຖະທຳມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ VI ມາດຕາ 67 ຂໍ້ 12 ກ່ຽວກັບການຕົກລົງໃຫ້ອະໄພຍະໂທດ ແລະ ໜັງສືສະເໜີຂອງ ລັດຖະບານ, ສະບັບເລກທີ: 103/ລບ ລົງວັນທີ 04 ພະຈິກ 2024, ເພື່ອໃຫ້ທຸກພາກສ່ວນ, ອົງການ, ກົມກອງ ຄອບຄົວຜູ້ປົກຄອງ ແລະ ນັກໂທດໄດ້ຮັບຮູ້ ແລະ ເຂົ້າໃຈເຖິງແນວທາງນະໂຍບາຍ ທາງດ້ານມະນຸດສະທຳຂອງພັກ-ລັດ, ທີ່ມີຕໍ່ນັກ ໂທດ, ຜູ້ທີ່ຮູ້ສືກກິນແໜງ ແຄງໃຈ ສຳນຶກຜິດ ຕໍ່ການກະທຳຂອງຕົນ ຍອມຊໍາລະຄ່າປັບໃໝໃຫ້ລັດ ແລະ ໃຊ້ແທນຄ່າເສຍຫາຍທາງແພ່ງ ແລະ ມີຄວາມກ້າວໜ້າໃນການປະຕິບັດໂທດ, ສ້າງຜົນງານ ຢູ່ຄ້າຍຄຸມຂັງ-ດັດສ້າງ ເຊິ່ງມີນັກໂທດທີ່ມີເງື່ອນ ໄຂການໃຫ້ອະໄພຍະໂທດຫຼຸດຜ່ອນໂທດຢູ່ຄ້າຍຄຸມຂັງ-ດັດສ້າງ ປກສແຂວງສະຫວັນນະເຂດ ມີຈໍານວນທັງໝົດ 47 ຄົນ, ຍິງ 2 ຄົນ. ພ້ອມທັງມອບໃບຢັ້ງຢືນໃຫ້ແກ່ນັກໂທດ ທີ່ໄດ້ຮັບການໃຫ້ອະໄພຍະໂທດຫຼຸດຜ່ອນໂທດ.