ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫວັນນະເຂດ ຢຸດຕິການນຳໃຊ້ ແລະ ທຳລາຍ ໃບເກັບເງິນກອງທືນການທ່ອງທ່ຽວແບບເກົ່າ.

Jan 10, 2025

ໃນຕອນເຊົ້າວັນທີ 10 ມັງກອນ 2025 ນີ້ ຢູ່ທີ່ພະແນກຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ສະຫວັນນະ ເຂດ ໄດ້ຈັດພິທີກວດນັບໃບເກັບເງິນກອງທືນການທ່ອງທ່ຽວແບບເກົ່າ ເພື່ອຢຸດການນຳໃຊ້ ແລະ ທຳລາຍຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ພົມວຽງໄຊ ຮອງຫົວໜ້າພະແນກ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ .
ທ່ານ ຄຳພັນ ພົມວຽງໄຊ ຮອງຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະຮັບຜິດຊອບໄດ້ລົງກວດນັບໃບເກັບເງິນກອງທືນການທ່ອງທ່ຽວ ກະຊວງ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ພະແນກ ຖວທ ແຂວງ ສະຫວັນນະເຂດ ແລະ ສ່ວຍສາອາກອນປະຈຳແຂວງ ສະຫວັນນະເຂດ ກວດກາໃບເກັບເງິນກອງທືນທ່ອງ ທ່ຽວ, ລົງເຄື່ອນໄຫວລົບລ້າງໃບເກັບເງິນກອງທືນການທ່ອງ ທ່ຽວແບບ 1 ໂດລາ ເພື່ອຫັນເຂົ້າສູ່ການເກັບລາຍຮັບ, ຄ່າທຳ ນຽມ ແລະ ຄ່າບໍລິການ ແບບທັນສະໄໝ ແບບເອເລັກໂຕຣນິກ ໃຫ້ເປັນເອກະພາບ ຢູ່ດ່ານສາກົນທົ່ວປະເທດ. ເຊິ່ງຜ່ານການ ກວດນັບໃບເກັບເງິນຈາກນັກທ່ອງທ່ຽວເຂົ້າ – ອອກ ສປປ ລາວ ທີ່ຍັງຄ້າງຢູ່ສາງ ໃນລາຄາ 1 ໂດລາ/ຄົນ/ຄັ້ງ ມີຈຳນວນ 1,000,000 ໃບ ,ແຕ່ເລກທີ 3.000.001 ຫາ ເລກທີ 4.000.000ໃບ,ໃບເກັບເງິນກອງທືນການທ່ອງທ່ຽວ ຕາມກິດຈະ ກຳ ເກັບຈາກການຈັດກິດຈະກຳການທ່ອງທ່ຽວຂອງບັນດາພະແນກ ຖວທ ແຂວງ ນະຄອນຫລວງວຽງຈັນ ຈຳນວນ 50.000 ໃບ.
ຈາກນັ້ນໃນພິທີບັນດາແຂກທີ່ເຂົ້າຮ່ວມກໍ່ໄດ້ພ້ອມກັນທຳ ລາຍໃບເກັບເງິນກອງທືນການທ່ອງທ່ຽວດັ່ງກ່າວ ເພື່ອເປັນການຫັນເຂົ້າສູ່ລະບົບເອເລັກໂຕຣນິກ ເພື່ອໃຫ້ມີຄວາມສະດວກ ວ່ອງໄວ ທັນສະໄໝ ແລະ ຊັດເຈນ.