ສະຫວັນນະເຂດ ວາງພວງມາລາໃນໂອກາດວັນຄ້າຍເກີດທ່ານ ພູນ ສີປະເສີດ ຄົບຮອບ 105 ປີ

ເນື່ອງໃນໂອກາດວັນຄ້າຍວັນເກີດ ທ່ານ ພູນ ສີປະເສີດ ຄົບ ຮອບ 105 ປີ (16/02/1920-16/02/2025) ທີ່ໝູນວຽນມາຄົບຮອບອີກວາລະໜຶ່ງ. ດັ່ງນັ້ນ, ໃນຕອນເຊົ້າວັນທີ 14 ກຸມ ພານີ້, ການນຳຂັ້ນສູງຂອງແຂວງສະຫວັນນະເຂດ ນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີພາກສ່ວນຕ່າງໆອ້ອມຂ້າງແຂວງ ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ໜ້າອະນຸສາວະລີ ທ່ານ ພູນ ສີປະເສີດ ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ສັນລະ ເສີນເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງທ່ານທີ່ໄດ້ອຸທິດ ເພື່ອປະເທດຊາດ ແລະ ການປະຕິວັດ, ທ່ານແມ່ນໜຶ່ງໃນກົມການເມືອງຮຸ່ນທຳອິດ ທີ່ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ກັບບັນດາກົມການເມືອງຮຸ່ນທໍາອິດ ແລະ ບັນດາທ່ານຜູ້ນໍາອື່ນໆ.
Cr: ແຂວງສະຫວັນນະເຂດ




