ສະຫວັນນະເຂດ ເຜີຍແຜ່ສະຫວັນນະເຂດ ເຊື່ອມຊຶມມະຕິ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຈັດຂຶ້ນໃນວັນທີ 21 ເມສາ 2024 ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ, ມີບັນດາພະນັກງານການນຳຫລັກແຫລ່ງຂອງແຂວງ, ເມືອງ ແລະ ນະຄອນເຂົ້າຮ່ວມ.
ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວວ່າ: ການເຜີຍແຜ່ເຊື່ອມຊຶມບັນດາເອກະສານກ່ຽວກັບການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ເພື່ອເປັນການສ້າງຄວາມເປັນເອກະພາບທາງດ້ານແນວຄິດໃຫ້ກັບຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງ, ນະຄອນ, ພະແນກການ ແລະ ອົງການທຽບເທົ່າໄດ້ຮັບຮູ້ເຂົ້າໃຈ, ເຫັນໄດ້ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ, ສັບຊ້ອນ ແລະ ນໍາໃຊ້ ສະຖານທີ່ເຮັດວຽກ, ສຳນັກງານ ຂອງກະຊວງ, ອົງການ ແລະ ພະແນກການ ຢູ່ທ້ອງຖິ່ນ ທີ່ຖືກປັບປຸງ ໃຫ້ມີປະສິດທິພາບ, ຕ້ານການຟຸມເຟືອຍ, ການສວຍໂອກາດ, ບໍ່ເຮັດໃຫ້ໂຄງລ່າງພື້ນຖານ, ຊັບສິນ, ພາຫະນະ, ວັດຖຸ, ອຸປະກອນຕົກເຮ່ຍເສຍຫາຍ ຫລື ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການປັບປຸງກົງຈັກ, ຮັບປະກັນດ້ານງົບປະມານ ເພື່ອຮັບໃຊ້ເຂົ້າໃນການປັບປຸງກົງຈັກ ກໍຄື ຮອງຮັບໃຫ້ແກ່ການເຄື່ອນໄຫວວຽກງານ ໃຫ້ມີປະສິດທິຜົນ ບົນຈິດໃຈປະຢັດ ບົນພື້ນຖານນັ້ນ, ຄະນະບໍລິຫານງານສູນກາງພັກຈຶ່ງຕົກລົງປັບປຸງກົງຈັກການຈັດຕັ້ງ ໂດຍໂຮມ ກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ, ເອີ້ນຊື່ວ່າ: ກະຊວງ ການເງິນ; ໂຮມ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ເອີ້ນວ່າ: ກະຊວງອຸດສາຫະກໍາ ແລະ ການຄ້າ; ໂຮມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກໍາ ແລະ ປ່າໄມ້, ຊື່ໃໝ່ເອີ້ນວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງ ລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບ ພາລະບົບບາດ ຂອງຄະນະ ຈັດຕັ້ງສູນກາງພັກ, ພ້ອມທັງຍົກຍ້າຍບຸກຄະລາກອນ ທີ່ເຮັດວຽກດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງ ສູນກາງພັກ, ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກ ດ້ານສາສະໜາ ແລະ ວຽກ ອື່ນໆ ພ້ອມທັງບຸກຄະລາກອນ ທີ່ເຮັດວຽກໃນຂົງເຂດດັ່ງກ່າວ ໄປຂຶ້ນກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ກະຊວງ, ອົງການອື່ນ ທີ່ເຫັນວ່າມີຄວາມສອດຄ່ອງ; ໂອນວຽກສື່ມວນຊົນ (ວຽກຖະແຫລງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບ ຄະນະໂຄສະນາອົບຮົມສູນ ກາງພັກ. ປ່ຽນຊື່ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ; ສ່ວນການປັບປຸງກົງຈັກ ຢູ່ທ້ອງຖິ່ນ, ແຂວງ ແລະ ເມືອງ ແມ່ນໃຫ້ປັບປຸງໂຮມເຂົ້າກັນ ຕາມຂະແໜງສາຍຕັ້ງ ທີ່ມີການປັບປຸງ ໂຮມເຂົ້າກັນ.
ການປັບປຸງກົງຈັກການຈັດຕັ້ງ ໃນຄັ້ງນີ້ ແມ່ນການປະຕິບັດແນວທາງການຈັດຕັ້ງ ຂອງພັກໃຫ້ “ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ” ເນື້ອແທ້ ແມ່ນການບໍລິຫານຈັດການອົງການ ເພື່ອນໍາໃຊ້ຊັບພະຍາກອນຢ່າງປະຢັດ, ຄຸ້ມຄ່າ ແລະ ເກີດຜົນປະໂຫຍດສູງສຸດ, ມີປະສິດທິພາບ ແລະ ຍືນຍົງ.
ໂອກາດນີ້, ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ກໍໄດ້ເຜີຍແຜ່ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍ ການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານຕື່ມອີກ.
ຂ່າວ-ພາບ: ອັກສອນສິນ ພົມມະຈັນ




