ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີດັ່ງກ່າວ ໄດ້ຈັດຂື້ນ ວັນທີ 31 ພຶດສະພາ 2023 ຢູ່ທີ່ສະຫນາມກິລາແຫ່ງຊາດ(ຫຼັກ 16) ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຈັດພິທີປູກຕົ້ນໄມ້, ປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ມີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
” ກິດຈະກຳຄັ້ງນີ້ຂື້ນ ເພື່ອເປັນການເພີ່ມເນື້ອທີ່ສີຂຽວ ໃນເຂດສະຖານທີ່ການສຶກສາ, ວິທະຍາສາດ ແລະ ກິລາ, ເຊິ່ງມີຄວາມຈຳເປັນຫຼາຍເພື່ອຫຼຸດຜ່ອນສະພາບການປ່ຽນແປງຂອງດິນຟ້າ-ອາກາດ, ສ້າງສະພາບແວດລ້ອມທີ່ດີໃຫ້ສະຖາບັນການສຶກສາໄດ້ມີສະພາບແວດລ້ອມທີ່ດີ ຕໍ່ການຈັດການຮຽນ-ການສອນ, ລວມທັງສະຖານທີ່ການກິລາ ກໍໃຫ້ມີສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການອອກກຳລັງກາຍ ແລະ ຫຼິ້ນກິລາ ຂອງນັກກິລາ ແລະ ມວນຊົນທົ່ວໄປ ” ທ່ານ ພຸດ ສິມມາລາວົງ ກ່າວ.
ການປູກຕົ້ນໄມ້ໃນມື້ນີ້ແມ່ນຈັດຂຶ້ນຢູ່ 2 ຈຸດ ຂອງເຂດສະໜາມກິລາຫຼັກ 16 ຄື : ບໍລິເວນຂ້າງສະລອຍນໍ້າ ແລະ ຈຸດຂ້າງສູນຝຶກຊ້ອມທີມຊາດຂອງສະຫະພັນບານເຕະແຫ່ງຊາດລາວ,
ແນວພັນເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ ມີໄມ້ດູ່ ແລະ ໄມ້ແຕ້ ຈໍານວນ 605 ຕົ້ນ ແລະ ແນວພັນປາ 5.500 ກວ່າໂຕ.
ພ້ອມດຽວກັນນີ້ ໃນຕອນເຊົ້າ ວັນທີ 1 ມິຖຸນາ 2023 ສະຫະພັນກິລາບານເຕະແຫ່ງຊາດລາວ ໄດ້ຈັດກິດຈະກຳສະຫລອງວັນກິລາບານເຕະ ແລະ ວັນເດັກນ້ອຍສາກົນ ພ້ອມເປີດສູນພັດທະນາບານເຕະ ” ຈຳປີ-ຈຳປາ” ຢ່າງເປັນທາງການ ທີ່ສູນພັດທະນາບານເຕະ ຈໍາປີຈໍາປາ ເຂດສະໜາມກີລາແຫ່ງຊາດ (ຫຼັກ 16) ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກີລາ (ສສກ), ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ, ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ), ພ້ອມດ້ວຍຄະນະ, ພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກີລາເຍົາວະຊົນລາວ ເກືອບ 400 ກວ່າຄົນ, ໂດຍແບ່ງອອກເປັນ 3 ຮຸ່ນຄື: U-8, U-10 ແລະ U-12 ມີທີມເຂົ້າຮ່ວມທັງໝົດ 64 ທີມ.
ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ກ່າວວ່າ: ສູນຝຶກແຫ່ງນີ້ ມີເນື້ອທີ່ທັງໝົດ 105,446 ຕາແມັດ ໄດ້ຮັບການພັດທະນານັບຕັ້ງແຕ່ປີ 2013 ເປັນຕົ້ນມາ ເຊິ່ງລັດຖະບານແຫ່ງ ສປປ ລາວ ເວົ້າລວມ ເວົ້າສະເພາະ ກະຊວງສສກ ໄດ້ມອບສິດຄຸ້ມຄອງ ແລະ ນໍາໃຊ້ ໃຫ້ແກ່ ສຕລ ເພື່ອນໍາໃຊ້ເຂົ້າໃນການພັດທະນາກີລາບານເຕະລາວ.
ນັບແຕ່ນັ້ນມາ ສຕລ ໄດ້ສຸມໃສ່ການຍາດແຍ່ງທືນຊ່ວຍເຫຼືອຈາກສະຫະພັນບານເຕະນານາຊາດ ຫຼື FIFA ແລະ ສະຫະພັນບານອາຊີ ຫຼື AFC ເພື່ອພັດທະນາໂຄງລ່າງພື້ນຖານກີລາບານເຕະ ບໍ່ວ່າຈະເປັນຫໍພັກນັກກີລາ, ເດີ່ນຝຶກຊ້ອມ, ຫ້ອງຫັດກາຍ(ໂຮງຍິມ) ແລະ ອື່ນໆ.
ສູນຝຶກແຫ່ງນີ້ ມີເປົ້າໝາຍໃນການນໍາໃຊ້ເຂົ້າພັດທະນານັກກີລາບານເຕະຮອບດ້ານ, ນັບຕັ້ງແຕ່ບານເຕະຂັ້ນພື້ນຖານ, ສະໂມສອນບານເຕະ, ທີມຊາດລຸ້ນເຍົາວະຊົນຈົນຮອດທີມຊາດຊຸດໃຫຍ່ ຍິງ ແລະ ຊາຍ ພ້ອມທັງທັງຍົກລະດັບຄູຝຶກ. ສູນຝຶກແຫ່ງນີ້ ໄດ້ຮັບການພັດທະນາມາແລ້ວພາຍໃຕ້ 4 ໂຄງການ ລວມທຶນທັງໝົດໃນການກໍ່ສ້າງ 2,158,000 ໂດລາສະຫະລັດ.
ການສະເຫຼີມສະຫຼອງວັນກິລາບານເຕະ ສຕລ ຫຼື LFF Football Day ຄັ້ງປະຖົມມະເລີກ ເຊິ່ງກົງກັບວັນເດັກນ້ອຍສາກົນ ສຕລ ມີເປົ້າໝາຍໃນການສົ່ງເສີມໃຫ້ອະນຸຊົນເຍົາວະຊົນ ຫຼີ້ນກີລາບານເຕະ ເພື່ອຫ່າງໄກຈາກຢາເສບຕິດ ແລະ ສິ່ງອະບາຍຍະມຸກອື່ນໆ.
ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງ ສສກ ໄດ້ກ່າວວ່າ: ກິດຈະກໍາຄັ້ງນີ້ແມ່ນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ, ເດັກນ້ອຍເປັນອະນາຄົດຂອງປະເທດຊາດ ຢາກພັດທະນາປະເທດຊາດ ຕ້ອງສ້າງເດັກ, ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ເປີດນໍາໃຊ້ສູນພັດທະນາບານເຕະ ຈໍາປີ-ຈໍາປາ ທີ່ສະໜາມກິລາແຫ່ງຊາດຢ່າງເປັນທາງການ ເພື່ອໃຫ້ເດັກນ້ອຍລາວ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຕົວເອງຢ່າງຕໍ່ເນື່ອງ ພາຍໃຕ້ຄໍາຂວັນໃນປີນີ້ “ ສ້າງອະນາຄົດ ກໍຄືສ້າງເດັກ ”
May be an image of 14 people and text
May be an image of 1 person, playing soccer, playing football, crowd and grass
May be an image of 5 people, child, people playing football, people playing soccer and text
May be an image of 6 people, people playing football, people playing soccer, grass and text
May be an image of 1 person and text that says 'LAOS'
May be an image of 2 people and text
May be an image of 1 person, playing football, playing soccer and text
May be an image of one or more people, people playing soccer and crowd
May be an image of 15 people, people playing football and text
May be an image of 3 people, tree and text