ທ່ານ ປອ. ບຸນເກີດ ສີສຸພັນທອງ ປະທານສະຫະພັນກິລາເທັກບອນແຫ່ງຊາດລາວ ທັງເປັນປະທານສະຖາບັນບຸນເກີດສຶກສາ ກ່າວໃນພິທີເປີດໂຕສະຫະພັນກິລາດັ່ງກ່າວ ເມື່ອທ້າຍອາທິດຜ່ານມາໃຫ້ຮູ້ວ່າ: ເພື່ອບັນລຸວິໄສທັດອັນສູງສົ່ງນີ້, ສະຫະພັນກິລາເທັກບອນແຫ່ງຊາດລາວ ຂໍຈະມຸ່ງໝັ້ນສ້າງພື້ນຖານກິລາເທັກບອນໃຫ້ເຂັ້ມແຂງ ໂດຍການສ້າງລະບົບການຝຶກສອນ, ການຈັດການແຂ່ງຂັນພາຍໃນ ແລະ ການພັດທະນາບຸກຄະລາກອນທີ່ມີຄຸນນະພາບ, ຈະສົ່ງເສີມການເຂົ້າຮ່ວມຂອງທຸກພາກສ່ວນ, ເພື່ອເຜີຍແຜ່ກິລາເທັກບອນໃຫ້ກວ້າງຂວາງໄປທົ່ວປະເທດ ແລະ ສ້າງແຮງບັນດານໃຈໃຫ້ປະຊາຊົນຫັນມາຫຼິ້ນກິລາເພື່ອສຸຂະພາບ.
ພ້ອມກັນນັ້ນ, ກໍຍັງຈະສຸມໃສ່ການສ້າງນັກກິລາທີ່ມີສັກກະຍະພາບ ໂດຍການສະໜັບສະໜູນ ແລະ ຍົກລະດັບຄວາມ ສາມາດຂອງນັກກິລາລາວໃຫ້ສາມາດແຂ່ງຂັນໃນລະດັບສາກົນ, ພ້ອມທັງສ້າງໂອກາດໃນການເປັນນັກກິລາອາຊີບ,
ຈະປະສານສົມທົບກັບພາກສ່ວນຕ່າງໆ ໂດຍສະເພາະກະຊວງສຶກສາທິການ ແລະ ກິລາ, ຄະນະກຳມະການໂອແລມປິກແຫ່ງຊາດລາວ, ແລະ ສະຫະພັນເທັກບອນໂລກ, ເພື່ອດຶງດູດການສະໜັບສະໜູນ, ແລກປ່ຽນບົດຮຽນ, ແລະ ຍົກລະດັບວົງການກິລາເທັກບອນລາວ ແລະ ພວກເຮົາຍັງຈະເປີດກວ້າງໃນການຄັດເລືອກນັກກິລາທີ່ຕ້ອງການຮຽນຮູ້, ຫຼິ້ນກິລາເທັກບອນ ແລະ ຜູ້ທີ່ສາມາດຜ່ານການຄັດເລືອກກໍຈະຢູ່ໃນເປົ້າໝາຍຕິດທີມຊາດ ຫວັງຈະສົ່ງທັບນັກກິລາເທັກບອນທີມຊາດລາວ ຮ່ວມງານກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ທ້າຍປີນີ້ ແລະ ພິເສດທີ່ສຸດ ສຳລັບນັກກິລາຮຸ່ນສືບທອດ ຜູ້ທີ່ມີພອນສະຫວັນດີເດັ່ນກໍຍັງຈະໄດ້ຮັບສິດຮຽນ ແລະ ຊ້ອມກິລາກິນນອນທີ່ ສະຖາບັນບຸນເກີດສຶກສາ ຂອງພວກເຮົາອີກດ້ວຍ.






