ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດ.
ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ໂດຍຍົກໃຫ້ເຫັນຜົນງານອັນໃຫຍ່ຫລວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ ໂດຍສະເພາະ ພັກໄດ້ນໍາພາການຕໍ່ສູ້ບໍ່ຍອມຈຳນົນ, ພິລະອາດຫານ ທີ່ນໍາໄປສູ່ໄຊຊະນະຂອງການປະຕິ ວັດຊາດ ປະຊາ ທິປະໄຕ, ສືບຕໍ່ນໍາພາການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ຄື: ການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນລາວບັນດາເຜົ່າ. ພັກປະຊາຊົນປະຕິວັດລາວ ເວລາໃດ ກໍຍຶດໝັ້ນລັດທິມາກ-ເລນິນ ເປັນພື້ນຖານ, ແນວຄິດ ໄກສອນ ພົມວິຫານ ແລະ ຍຶດຖືຫລັກໝັ້ນ ຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໜ້ນລະຫວ່າງລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫລັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ.
ໂອກາດນີ້, ຍັງໄດ້ຍ້ອງຍໍຜົນງານໃຫ້ພະນັກງານ-ນັກຮົບ ໃນນີ້, ໄດ້ມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຈຳນວນ 14 ສະຫາຍ ຕື່ມອີກ.
ຂໍ້ມູນ-ພາບ: ໜັງສືພິມກອງທັບ





