ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫະພັນບານເຕະແຫ່ງຊາດລາວ ແລະ ສະຫະພັນບານເຕະຍິ່ປຸ່ນ ຮ່ວມກັນພັດທະນາກິລາບານເຕະ

Nov 1, 2024

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ສະຫະ ພັນບານເຕະຍິ່ປຸ່ນ ໄດ້ລົງນາມສືບຕໍ່ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນພັດທະນາກິລາບານເຕະລະຫວ່າງສອງສະຫະ ພັນ ທີ່ນະຄອນຫຼວງເຊອຸນ, ສ. ເກົາຫຼີ.
ການລົງນາມ MOU ຄັ້ງນີ້ ນໍາໂດຍ ທ່ານ ວິເພັດ ສີຫາຈັກຣ, ປະທານ ສຕລ ພ້ອມດ້ວຍຄະນະ ແລະ ທ່ານ Tsuneyasu Miyamoto ປະທານສະຫະພັນບານເຕະຍິ່ປຸ່ນ (JFA) ພ້ອມ ດ້ວຍຄະນະ ເຊີ່ງກອບການຮ່ວມມືພັດທະນາກິລາບານເຕະມີ ຄື:
1. ການພັດທະນານັກກິລາຍິງ-ຊາຍ
2. ການແຂ່ງຂັນນັດມິດຕະພາບ ລວມທັງແຄ້ມຝຶກຊ້ອມທີມຊາດທຸກໆຮຸ່ນອາຍຸ
3. ໂຄງການພັດທະນາເຍົາວະຊົນ
4. ການພັດທະນາຄູຝຶກ
5. ຍົກລະດັບບານເຕະຍິງ
6. ການພັດທະນາກໍາມະການຕັດສິນ
7. ການຄຸ້ມຄອງ ແລະ ການນໍາໃຊ້ໂຄງລ່າງພື້ນຖານກິລາບານເຕະ
8. ໂຄງການແລກປ່ຽນບຸກຄະລາກອນເຕັກນິກ ແລະ ບໍລິຫານ
ທັງ 2 ສະຫະພັນ ໄດ້ລິເລີ່ມການຮ່ວມມື 2 ຝ່າຍຕັ້ງແຕ່ປີ 2011 ເປັນຕົ້ນມາ ເຊິ່ງ MOU ສະບັບນີ້ ມີໄລຍະເວລາ 3 ປີ ນັບແຕ່ມື້ລົງນາມຮ່ວມກັນ.
ທີ່ມາ: ສຕລ