ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 10 ສິງຫາ 2022 ທີ່ກະຊວງການຕ່າງປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດໄດ້ຈັດຝຶກອົບຮົມວຽກງານກວດກາ ແລະ ວຽກງານ 3 ດີ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ໂດຍການເປັນປະທານ ຂອງ ທ່ານ ນາງ ໄກມະນີ ອໍລະບູນ, ຫົວໜ້າກົມກວດກາ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຊິ່ງມີຄະນະສະຫະພັນແມ່ຍິງກະຊວງ, ຫົວໜ້າໜ່ວຍແມ່ຍິງ, ຜູ້ຮັບຜິດຊອບວຽກກວດກາ ແລະ ຜູ້ຮັບຜິດຊອບວຽກ 3 ດີ ຂອງແຕ່ລະໜ່ວຍ ແລະ ຜູ້ຕາງໜ້າກອງເລຂາສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈຳນວນໜຶ່ງເຂົ້າຮ່ວມ ລວມທັງໝົດ 65 ສະຫາຍ.
ຈຸດປະສົງ ຂອງການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແຈ້ງການຂອງສູນກາງສະພັນແມ່ຍິງລາວ ທີ່ໄດ້ແນະນໍາໃຫ້ສະມາຊິກສະຫະພັນແມ່ຍິງກະຊວງ-ອົງການ ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ສົກປີ 2021-2025 ແລະ ເພື່ອຈັດຕັ້ງເຄື່ອນໄຫວວຽກງານກວດກາ ຂອງຄະນະກວດກາສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃຫ້ບັນລຸຕາມເປົ້າໝາຍ ແລະ ມີຜົນສໍາເລັດ ຢ່າງຈົບງາມ.
ຊຸດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມທັງໝົດ ໄດ້ຮັບຟັງການບັນຍາຍ ໃນ2 ຫົວຂໍ້ສໍາຄັນ ຄື: (1). ວຽກງານກວດກາ, ການວາງແຜນ, ການດໍາເນີນການກວດກາ, ການສະຫຼຸບລາຍງານ, ການແກ້ໄຂຜົນການກວດກາ ແລະ ການເຄື່ອນໄຫວຂອງຄະນະກວດການຳສະເໜີໂດຍ ທ່ານ ນາງ ພູຄໍາ ຄັດສະຫວ່າງ, ຫົວໜ້າກົມກວດກາ, ສູນກາງສະຫະພັນແມ່ຍິງລາວ; (2). ການແນະນໍາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ສົກປີ 2021-2025 ນຳສະເໜີໂດຍ ທ່ານ ປອ ນາງ ນິນປະເສີດ ໄຊຍະພອນສີ, ຫົວໜ້າກົມພັດທະນາ, ສູນກາງສະຫະພັນແມ່ຍິງລາວເຊິ່ງຜູ້ບັນຍາຍ ທັງ 2 ສະຫາຍ ໄດ້ແນະນໍາ ແລະ ເນັ້ນໜັກໃຫ້ສະມາຊິກແມ່ຍິງກະຊວງການຕ່າງປະເທດ ມີຄວາມເຂົ້້າໃຈຢ່າງເລິກເຊິ່ງຕໍ່ວຽກງານກວດກາ ແລະ ວຽກງານ 3 ດີ ເພື່ອໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອພ້ອມກັນຮັກສານາມມະຍົດທຸງໄຊ 3 ດີ ເປັນສະໄໝທີ III ຂອງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃຫ້ສໍາເລັດຕາມຄາດໝາຍ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ