ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 31 ມີນາ 2023, ສະຫະພັນແມ່ຍິງກະຊວງການຕ່າງປະ ເທດ ໄດ້ຈັດພິທີ ປາຖະກະຖາ ເພື່ອສະ ເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ (ວັນທີ 8 ມີນາ 1910 – 8 ມີນາ 2023) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ກຳ ມະການສູນກາງພັກ, ປະທານ ສູນກາງສະຫະພັນແມ່ຍິງລາວ (ສສຍລ); ທ່ານ ທອງຜ່ານ ສະຫວັນເພັດ, ຄະນະປະຈໍາພັກກະຊວງ, ຜູ້ຊີ້ນໍາ ອົງການຈັດຕັ້ງມະຫາຊົນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ, ຕາງໜ້າຄະນະບໍລິຫານງານສະຫະພັນກໍາມະບານ ແລະ ເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງການຕ່າງປະເທດ, ບັນດາຄະນະກົມ, ພັນລະຍາການນໍາກະຊວງ, ພ້ອມດ້ວຍບັນດາພະນັກງານ ເພດຍິງຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ທ່ານ ນາງ ໄກມະນີ ອໍລະບູນ, ຄະນະບໍລິຫານງານພັກກະຊວງ, ປະທານຄະນະບໍລິຫານ ງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2023 ຂອງສະ ຫະພັນແມ່ຍິງກະຊວງການຕ່າງປະເທດ, ໂດຍໄດ້ ຍົກໃຫ້ເຫັນເຖິງຜົນສໍາເລັດອັນພົ້ນເດັ່ນໃນການປະຕິບັດວຽກງານໃນດ້ານຕ່າງໆ ໃນໄລຍະ 1 ປີ ຜ່ານມາ, ເຊິ່ງ ເອື້ອຍນ້ອງແມ່ຍິງ ແມ່ນໄດ້ເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງ ໄປຄຽງຄູ່ກັບການເຄື່ອນໄຫວວຽກງານດ້ານ ວິຊາສະເພາະ ທັງເຄື່່ອນໄຫວຕາມແຜນການປະຈຳປີ ແລະ ນອກແຜນການ ຢ່າງມີປະສິດທິພາບ ແລະ ມີຜົນສໍາເລັດ ອັນຈົບງາມ, ເຊິ່ງສະແດງອອກໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນປີ 2022 ສາມາດຄັດເລືອກໄດ້ ໜ່ວຍ/ຈຸ 3 ດີ ປະເພດ I, ຈຳນວນ 51 ໜ່ວຍ/ຈຸ (ຢູ່ພາຍໃນ 17 ໜ່ວຍ ແລະ ຕ່າງປະເທດ 34 ໜ່ວຍ/ຈຸ) ແລະ ມີບຸກຄົນ 3 ດີ ປະເພດ I, 334 ສະຫາຍ (247 ສະຫາຍຢູ່ພາຍໃນປະເທດ ແລະ 87 ສະຫາຍຢູ່ຕ່າງປະເທດ).
ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ປະ ທານ ສສຍລ, ໄດ້ໃຫ້ ກຽດເລົ່າມູນເຊື້ອ ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ, ພ້ອມທັງໄດ້ຍົກໃຫ້ເຫັນບົດບາດຄວາມ ສໍາຄັນຂອງແມ່ຍິງ ໃນຂົງເຂດວຽກງານຕ່າງໆໃນທົ່ວໂລກ ກໍຄືແມ່ຍິງລາວໃນຂອບເຂດທົ່ວປະເທດ ເພື່ອສືບຕໍ່ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຮັບປະກັນການ ປະຕິບັດຄວາມສະເໜີພາບຍິງ-ຊາຍ ທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ. ພ້ອມດຽວກັນນັ້ນ, ປະທານ ສສຍລ ຍັງໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ແກ່ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ເຊິ່ງໄດ້ເນັ້ນ ໜັກບາງຈຸດ ໂດຍສະເພາະແມ່ນຄວາມໜັກແໜ້ນທາງດ້ານແນວຄິດການເມືອງ, ການຮັກສາຄວາມສາມັກຄີ ພາຍ ໃນ, ຄວາມບຸກໜ້າບືນຕົວ ແລະ ພັດທະ ນາຕົນເອງເລື້ອຍໆ ເພື່ອເຮັດວຽກຄຽງບ່າຄຽງໄຫລ່ກັບເພດຊາຍ ເຂົ້າຮ່ວມຂະບວນ ການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.
ນອກຈາກພິທີໃນຄັ້ງນີ້, ໃນວັນທີ 3 ມີນາ 2023 ຜ່ານມາ, 3 ອົງການຈັດຕັ້ງມະຫາ ຊົນ ຂອງກະຊວງ ການຕ່າງປະເທດ ກໍໄດ້ສົມທົບກັນຈັດຕັ້ງ ການອອກແຮງງານລວມພາຍໃນກະຊວງ ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ ຢ່າງເປັນຂະບວນຟົດຟື້ນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
May be an image of 14 people, people standing and indoor