ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫະພັນແມ່ຍິງນະຄອນໂຮ່ຈີມິນ ຢ້ຽມຢາມແຂວງຈໍາປາສັກ

Sep 22, 2024

ເມື່ອບໍ່ດົນຜ່ານມານິ້, ທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບ ຄະນະຜູ້ແທນ ສະຫະພັນແມ່ຍິງນະຄອນໂຮ່ຈີມິນ ສສ ຫວຽດນາມ ຊຶ່ງນໍາໂດຍທ່ານ ນາງ ຫງຽນ ທິ ຫງັອກ ຣິງ ຄະນະພັກ ຮອງປະທານສະຫະພັນແມ່ຍິງນະຄອນໂຮ່ຈີມິນ ໃນໂອກາດທີ່ທ່ານ ແລະ ຄະນະ ມາເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ, ຊຶ່ງມີທ່ານ ນາງ ເຕດາວັນ ແກ້ວພິລາວັນ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງເຂົ້າຮ່ວມ ທີ່ຫ້ອງວ່າການແຂວງ.
ໂອກາດນີ້, ທ່ານ ນາງ ຫງຽນ ທິ ຫງັອກ ຣິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງຄະນະການນໍາແຂວງ, ພ້ອມທັງລາຍງານໃຫ້ຮູ້ເຖິງຈຸດປະສົົງຂອງການມາເຄື່ອນໄຫວເຮັດວຽກທີ່ແຂວງຈໍາປາສັກໃນຄັ້ງນີ້ ຊຶ່ງເປັນການສືບຕໍ່ເສີມຂະຫຍາຍມິດຕະພາບ ອັນເປັນມູນເຊື້ອຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ສະເພາະກໍແມ່ນ ການຮ່ວມມືລະຫວ່າງ ສະຫະພັນແມ່ຍິງແຂວງຈໍາປາສັກ ແລະ ສະຫະພັນແມ່ຍິງນະຄອນໂຮ່ຈີມິນ ເຂົ້າສູ່ລວງເລິກ, ພ້ອມກັນຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທໍາ ຕາມເນື້ອໃນຂອງບົດບັນທຶກຊ່ວຍຈໍາໃນໄລຍະປີ 2022-2026 ແລະ ປຶກສາຫາລື ກໍານົດທິດທາງແຜນການຮ່ວມມືໃນໄລຍະຕໍ່ໜ້າ.
ໃນໂອກາດດຽວກັນນີ້, ທ່ານ ສົມບູນ ເຮືອງວົງສາ, ກໍໄດ້ຕີລາຄາສູງຕໍ່ກັບການສະໜັບສະໜຸນ ຊ່ວຍເຫຼືອຂອງສະຫະພັນແມ່ຍິງນະຄອນໂຮ່ຈີມິນຕໍ່ສະຫະພັນແມ່ຍິງແຂວງຈໍາມາສັກ, ຊຶ່ງແຂວງຈໍາປາສັກພວກເຮົາ ຈະສ້າງທຸກເງື່ອນໄຂ, ກາລະໂອກາດເພື່ອຊຸກຍູ້ສາຍພົວພັນ ການຮ່ວມມື ດັ່ງກ່າວໃຫ້ສືບຕໍ່ພັດທະນາ ຂຶ້ນເລື້ອຍໆ, ຕີລາ ຄາສູງຕໍ່ການຮ່ວມມືຂອງສອງອົງການຈັດຕັ້ງ ສະຫະພັນແມ່ຍິງ ແຂວງຈໍາປາສັກ ແລະ ນະຄອນໂຮ່ຈີມິນ, ອັນມີເນື້ອໃນ ສະແດງອອກໃຫ້ເຫັນໃນຜົນສໍາເລັດການຮ່ວມ ມືໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນໄລຍະຕໍ່ໜ້າ, ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ໂດຍສະເພາະ ກໍແມ່ນສາຍພົວພັນລະຫວ່າງ ແຂວງຈໍາປາສັກ ແລະ ນະຄອນໂຮ່ຈີມິນ.
ຂ່າວ: ພູທິບສະຫັວນ