ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫະພັນແມ່ຍິງແຂວງວຽງຈັນ ສ້າງຂະບວນການຍ່າງ ເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ115ປີ.

Mar 7, 2025

ວັນທີ 7 ມີນາ 2025 ສະຫະພັນແມ່ຍິງແຂວງວຽງຈັນ ສ້າງຂະບວນການຍ່າງ ເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ ທີ່ໝູນວຽນມາອີກວາລະໜຶ່ງ ພາຍໃຕ້ຄໍາຂັວນ “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງເພື່ອແມ່ຍິງແລະເດັກ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງວຽງຈັນ, ມີ ທ່ານນາງ ມະໄລສີ ທຳມະໂຄດ ປະທານສະຫະພັນແມ່ຍິງແຂວງວຽງຈັນ ພ້ອມດ້ວຍການນຳແຂວງ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ-ອົງການຂັ້ນແຂວງ ແມ່ຍິງການນໍາ, ຄອບຄົວການນໍາ ເຂົ້າຮ່ວມ.
ທ່ານນາງ ມະໄລສີ ທຳມະໂຄດ ປະທານສະຫະພັນແມ່ຍິງແຂວງວຽງຈັນ ໄດ້ກ່າວວ່າ: ຈຸດປະສົງໃນການສ້າງຂະບວນການຍ່າງເພື່ອສຸຂະພາບໃນຄັ້ງນີ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງສາກົນ 8 ມີນາ ຄົບຮອບ 115 ປີ ພ້ອມນີ້ຍັງເປັນການສ້າງຂະບວນການ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງພັກ ຂອງຊາດຄື: (ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 70 ປີ, ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ກໍຄືການກະກຽມກອງປະຊຸມໃຫ່ຍຜູ້ແທນແມ່ຍິງແຂວງວຽງຈັນ ຄັ້ງທີ 8 ອີກດ້ວຍ.
ນອກຈາກຍ່າງເພື່ອສຸຂະພາບແລ້ວ ຍັງໄດ້ຈັດກິດຈະກຳສ້າງຄວາມສາມັກຄີເປັນຕົ້ນແມ່ນ: ດຶງເຊືອກ, ແລ່ນເປົາ ແລະ ຢຽບປຸມເປົ້າ.
ທີ່ມາ: ແຂວງວຽງຈັນໂພສ໌