ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫະພັນແມ່ຍິງ ກຕທ ລາວ-ຫວຽດນາມ ສຳເລັດການແລກປ່ຽນບົດຮຽນ

Dec 22, 2025

ໃນລະຫວ່າງວັນທີ 17-20 ທັນວາຜ່ານມານີ້, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ(ກຕທ) ນຳໂດຍ ທ່ານ ນາງ ວາດສະໜາ ພົມວິຫານ, ພັນລະຍາ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ ຍິງກະຊວງການຕ່າງປະເທດ ສປປ ລາວ ແລະ ພັນລະຍາຄະນະນຳກະຊວງ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ເປັນການຢ້ຽມຢາມ ແລະ ແລກປ່ຽນປະຈຳປີ ຂອງສະຫະພັນແມ່ຍິງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມເພື່ອຮັດແໜ້ນຄວາມສາມັກຄີ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
May be an image of the Oval Office and text
ໃນໂອກາດການຢ້ຽມຢາມຄັ້ງນີ້, ແມ່ຍິງຂອງສອງກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນຮ່ວມກັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ວາດສະໜາ ພົມວິຫານ, ພັນລະຍາ ລັດຖະມົນຕີຕ່າງປະເທດ ສປປ ລາວ ແລະ ທ່ານ ນ. ເລ ຫງວຽດ ແອງ, ພັນລະຍາ ລັດຖະມົນຕີຕ່າງປະເທດ ສສ ຫວຽດນາມ, ຊຶ່ງທັງສອງຝ່າຍໄດ້ແລກປ່ຽນສະພາບ ແລະ ການເຄື່ອນໄຫວ ຂອງສະຫະພັນແມ່ຍິງກະຊວງຂອງຕົນ ໃນໄລຍະຜ່ານມາ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນການຮ່ວມມືທີ່ໄດ້ຕົກລົງກັນໃນກອງປະຊຸມພົບປະຄັ້ງຜ່ານມາ. ໃນນັ້ນ, ແມ່ນວຽກງານສ້າງຄວາມເຂັ້ມແຂງແກ່ແມ່ຍິງກະຊວງການຕ່າງ ປະເທດ, ການເຄື່ອນໄຫວຂອງກຸ່ມແມ່ຍິງອາຊຽນທີ່ ຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ. ນອກນັ້ນ, ການພົບປະຄັ້ງນີ້ຍັງໄດ້ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າຂອງແມ່ຍິງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ. ​
No photo description available.
ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນ. ຫງວຽນ ທິ ຕວຽດ, ປະທານສູນກາງສະຫະພັນແມ່ຍິງ ສສ ຫວຽດນາມເພື່ອເພີ່ມທະວີສາຍພົວພັນຮ່ວມມື, ຄວາມສາມັກຄີພິເສດ ຂອງສອງຊາດລາວ-ຫວຽດນາມ ກໍຄື ຂອງແມ່ຍິງສອງປະເທດ. ພ້ອມດຽວກັນນີ້, ຍັງໄດ້ໄປທັດສະນະສຶກສາການພັດທະນາຂອງແຂວງກວາງນິງໂດຍສະເພາະບົດບາດຂອງແມ່ຍິງໃນການພັດທະນາທາງ ດ້ານເສດຖະກິດ ແລະ ການທ່ອງທ່ຽວ; ແລະ ຢ້ຽມຢາມສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດ ທະນະທຳ ຢູ່ ແຂວງກວາງນິງ.
ການແລກປ່ຽນຢ້ຽມຢາມຂອງສອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເປັນກົນໄກການຮ່ວມມືທີ່ສຳຄັນໜຶ່ງ ໂດຍໄດ້ມີການຜັດປ່ຽນຢ້ຽມຢາມເຊິ່ງກັນແລະກັນເປັນປະຈຳທຸກປີ, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2015 ເປັນຕົ້ນມາ.