ຕອນບ່າຍຂອງວັນທີ 19 ມີນາ 2025 ນີ້ ສະຫະພັນແມ່ຍິງ ເມືອງຫົງສາ ໄດ້ຈັດກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ຄັ້ງທີ VIII ຮອບທີ 1 ຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍມີທ່ານ ນາງ ຄໍາຜີວ ພັນທະວົງ ກໍາມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງໄຊຍະບູລີ, ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ, ມີທີມງານຂັ້ນແຂວງ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ປະທານຮາກຖານອ້ອມຂ້າງ, ປະທານໜ່ວຍ ແລະ ປະທານຮາກຖານບ້ານເທດສະບານເຂົ້າຮ່ວມ.
ກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການຜ່ານຮ່າງລາຍງານການເມືອງ ຕໍ່ກອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງໄຊຍະບູລີ ຄັ້ງທີ VIII, ຮ່າງບົດສະຫຼຸບແຜນພັດທະນາແມ່ຍິງແຂວງໄຊຍະບູລີ 05 ປີ ຄັ້ງທີ VII (2021-2025) ແລະ ແຜນພັດທະນາ 05 ປີ ຄັ້ງທີ VIII (2025-20230), ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຄັ້ງທີ VII, ໂອກາດດຽວກັນ, ຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ຮ່າງ 3 ບົດດັ່ງກ່າວຢ່າງກົງໄປກົງມາ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຈາກນັ້ນ, ກໍ່ໄດ້ຮັບຟັງການຜ່ານມາດຖານເງື່ອນໄຂປະທານ, ຮອງປະທານ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຊຸດໃໝ່ ພ້ອມທັງແນະນໍາວິທີການທາບທາມ ແລະ ດໍາເນີນການທາບທາມ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຮອບທີ 1.
ຂ່າວ-ພາບ: ຖວທ ຫົງສາ






