ຕອນເຊົ້າວັນທີ 19 ກຸມພາ 2025, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະ ຊວງກະສິກໍາ ແລະ ປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມພົບປະຂອງ ທ່ານ ມາກ ກັນລາເກີ (Mark GALLAGHER) ເອກອັກຄະລັດຖະທູດ ສະຫະພາບເອິຣົບ ປະຈໍາລາວ, ໃນໂອກາດມາຮັບຕໍາແໜ່ງເປັນເອກອັກຄະລັດຖະທູດສະຫະພາບເອິຣົບ ປະຈໍາລາວ ຄົນໃໝ່, ທັງເພື່ອເປັນການປຶກສາຫາລືກ່ຽວກັບການຊຸກຍູ້ ແລະ ການເຮັດວຽກຮ່ວມກັນໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ.
ທ່ານ ທູດສະຫະພາບເອິຣົບປະຈໍາລາວ ໄດ້ກ່າວວ່າ: ມາຮອດປັດຈຸບັນ ສະຫະພາບເອີຣົບ ແລະ ປະເທດຄູ່ຮ່ວມພັດທະນາໄດ້ຊຸກຍູ້ສົ່ງເສີມໃນຫຼາຍໂຄງການທີ່ປະກອບສ່ວນເຂົ້າໃນວຽກງານຄໍ້າປະກັນສະບຽງອາຫານ ແລະປົກປ້ອງຊີວະນາໆພັນ, ໂຄງ ການຕົ້ນຕໍແມ່ນການເພີ່ມການຄ້າການລົງທຶນພາຍໃຕ້ກອບຂອງກະສິກໍາ ແລະ ປ່າໄມ້ ໄດ້ຊຸກຍູ້ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຍັງມີໂຄງການກ່ຽວກັບຊາ ແລະ ກາເຟ ທີ່ພວມຈັດຕັ້ງປະຕິບັດຢູ່.
ການພົບປະຄັ້ງນີ້ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຊົມເຊີຍຕໍ່ທາງສະຫະພາບເອີຣົບ ທີ່ຊຸກຍູ້ສົ່ງເສີມການຮ່ວມມືຫຼາຍດ້ານຜ່ານມາ, ທ່ານໄດ້ຍົກໃຫ້ເຫັນໃນຫຼາຍໜ້າວຽກທີ່ທາງຂະແໜງການກໍ່ຄືລັດຖະບານພວມຈັດຕັ້ງປະຕິບັດໂດຍສະເພາະຕໍ່ວຽກງານປ່າໄມ້ເພື່ອໃຫ້ເກີດຄວາມຍືນຍົງຂອງຊີວະນາໆພັນ ແລະ ໃຫ້ບັນລຸເປົ້າໝາຍເນື້ອທີ່ປົກຫຸ້ມປ່າໄມ້ຮອດປີ 2030 ໃຫ້ໄດ້ 70 ສ່ວນຮ້ອຍ, ຖືວ່າຍັງເປັນສິ່ງທ້າທາຍ ເປັນໜ້າວຽກທີ່ຕ້ອງໄດ້ດໍາເນີນການສືບຕໍ່ເພື່ອຄວາມຍືນຍົງ.
ພ້ອມດຽວກັນນີ້ທ່ານຍັງໄດ້ສະແດງຄວາມຂອບໃຈກ່ຽວກັບການໃຫ້ການສະ ໜັບສະໜູນຂອງສະຫະພາບເອີຣົບຕໍ່ກັບວຽກງານສະມາຄົມກາເຟລາວ ເຊິ່ງໄດ້ເຮັດໃຫ້ກາເຟລາວກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງ ໃນລະດັບສາກົນ ແລະ ສ້າງລາຍຮັບມາໃຫ້ແກ່ປະຊາຊົນ. ໃນປັດຈຸບັນທາງຂະແໜງການແມ່ນໄດ້ມີການກໍານົດຜົນຜະ ລິດທີ່ເປັນທ່າແຮງໃນແຕ່ລະແຂວງໂດຍກຳນົດເບິ່ງໄປຕາມໃນແງ່ຂອງເສດຖະກິດ ເພື່ອສ້າງໃຫ້ມີສື່ສຽງເອກະລັກຂອງທ້ອງຖິ່ນທີ່ມີຢູ່ແລ້ວໃຫ້ມີປະລິມານ ແລະ ຄຸນນະ ພາບ ໃຫ້ມີສື່ສຽງກວ້າງຂວາງອອກອີກທັງເປັນການສ້າງລາຍຮັບ ໃນຕໍ່ໜ້າແມ່ນສະເໜີມາຍັງສະຫະພາບເອີຣົບຊ່ວຍໃຫ້ການຊຸກຍູ້ ແລະ ສົ່ງເສີມ ໃນດ້ານປັດໄຈການຕະຫຼາດ ເພື່ອຜັກດັນບັນດາຜົນຜະລິດທີ່ເປັນທ່າແຮງຂອງບັນດາແຂວງຂອງ ສປປ ລາວ ໃຫ້ສາມາດສົ່ງໄປຂາຍສ້າງລາຍໄດ້ແກ່ປະຊາຊົນລາວເຮົາໃຫ້ຫຼາຍຂຶ້ນ.
ຂ່າວ: ນ. ສີອໍາມອນ ໄຊຍະລາດ




