ອາຊຽນ ແລະ ສະຫະລັດອາເມລິກາ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ສະຫະລັດ ມີມູນຄ່າ 395,9 ຕື້ໂດລາສະຫະລັດ, ກວມເອົາ 11,2% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ສະຫະລັດອາເມລິກາ ເປັນຄູ່ຄ້າອັນດັບທີ 2 ຂອງອາຊຽນ; ສະຫະລັດອາເມລິກາ ມີມູນຄ່າການລົງທຶນໂດຍກົງ (FDI) ຢູ່ບັນດາປະເທດສະມາຊິກອາຊຽນ ປະມານ 74,4 ຕື້ໂດລາສະຫະລັດ, ກວມເອົາ 32,4% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023.
ຂໍ້ມູນດັ່ງກ່າວ ໄດ້ຮັບການລາຍງານໃນກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຫ້ອງການຜູ້ຕາງໜ້າການຄ້າຂອງສະຫະລັດ ໄດ້ດໍາເນີນ ພາຍໃຕ້ຫົວຂໍ້ “ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ’’ ໃນວັນທີ 20 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ແລະ ທ່ານ ນາງ ຊາຣາ ເອວເລີແມນ ຜູ້ຊ່ວຍຜູ້ຕາງໜ້າການຄ້າສະຫະລັດອາເມລິກາ ໂດຍໄດ້ເນັ້ນໃສ່ 3 ກຸ່ມຍຸດທະສາດຄື: ການເຊື່ອມໂຍງ ແລະ ການເຊື່ອມຈອດທາງເສດຖະກິດ, ການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງ ແລະ ການນໍາໃຊ້ເຕັກໂນໂລຊີດີຈິຕອນເຂົ້າໃນການເຊື່ອມໂຍງທາງເສດຖະກິດ ແລະ ການຄ້າໃນພາກພື້ນ.
ທ່ານ ມະໄລທອງ ກົມມະສິດ ໄດ້ໃນໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ໄດ້ເນັ້ນໃສ່ແລກປ່ຽນທັດສະນະກ່ຽວກັບ ການພັດທະນາເສດຖະກິດໃນພາກພື້ນ ແລະ ສາກົນ, ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດແຜນ ການຮ່ວມມືທາງເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ, ພ້ອມທັງພິຈາລະນາຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະຫະລັດອາເມລິກາ. ພ້ອມທັງຫວັງວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຂອງພວກເຮົາ ຈະຍິ່ງນັບມື້ນັບເພີ່ມຂຶ້ນ ພາຍຫລັງທີ່ພວກເຮົາ ໄດ້ຈັດຕັ້ງປະຕິບັດບັນດາແຜນການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ.





