ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

Aug 8, 2025

ພາຍຫຼັງສໍາເລັດການປະກາດຜົນກອງປະຊຸມ ຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງ ສາລະວັນ ສະໄໝທີ X ໃນຕອນເຊົ້າວັນທີ່ 7 ສິງຫາ 2025 ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນ ສະໄໝທີ X ໂດຍມີສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສາລະວັນ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ຜູ້ຕາງໜ້າກອງພົນທີ 5 ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ, ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັຢ່າງຫຼວງຫຼາຍ.
May be an image of 5 people and text May be an image of one or more people, dais and text
ກ່ອນອື່ນ ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດ ກໍ່ຄື ບັນດາຜົນງານ ທີ່ຄະນະພັກ-ຄະນະນໍາຂອງແຂວງ ສາມາດຍາດມາໄດ້ໃນໄລຍະຜ່ານມາ. ຜົນງານດັ່ງກ່າວ ແມ່ນຍ້ອນມີການວາງແນວທາງທີ່ຖືກຕ້ອງ; ມີການນຳພາທີ່ເດັດດ່ຽວ, ເດັດຂາດ, ໂດຍກົງ ແລະ ຮອບດ້ານ; ມີຄວາມສາມັກຄີ ແລະ ຄວາມເປັນເອກະພາບພາຍໃນສູງ; ມີແບບແຜນວິທີການນຳພາ-ຊີ້ນຳ ທີ່ເປັນລະບົບ; ມີຄວາມຮັບຜິດຊອບຕຊ່ໜ້າທີ່ການເມືອງອັນສູງສົ່ງ, ມີຄວາມເປັນເຈົ້າການ ແລະ ຄວາມບຸກບືນ ຂອງອົງຄະນະພັກແຕ່ລະຂັ້ນ, ລວມເຖິງບັນດາສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ຕະຫຼອດຮອດປະຊາຊົນ ບັນດາເຜົ່າທົ່ວແຂວງສາລະວັນ. ເຖິງຢ່າງໃດກໍ່ຕາມ ເພື່ອຍົກ​ສູງ​ບົດ​ບາດ​ການ​ນຳ​ພາ​ຂອງ​ພັກ, ເພີ່ມ​ທະ​ວີ​ຄວາມ​ສັກ​ສິດໃນ​ການ​ຄຸ້ມ​ຄອງ​ຂອງ​ລັດ, ເສີມ​ຂະ​ຫຍາຍມູນ​ເຊື້ອ​ສາ​ມັກ​ຄີ, ດຸ​ໝັ່ນອາດ​ຫານຂອງປະຊາຊົນບັນດາເຜົ່າ,​ ສ້າງ​ເສດ​ຖະ​ກິດ​ເອ​ກະ​ລາດ​ ເປັນ​ເຈົ້າ​ຕົນ​ເອງ, ພັດ​ທະ​ນາເຂດແຄວ້ນ ກ້າວ​​ຂຶ້ນຕາມ​ທິດ​ສີ​ຂຽວ ແລະ ຍືນ​ຍົງ​ ໃຫ້ປາກົດຜົນເປັນຈິງ. ຖືໂອກາດນີ້, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ມີບາງຄໍາເຫັນເນັ້ນໜັກໃຫ້ບັນດາຜູ້ແທນກອງປະຊຸມ ແລະ ຄະນະບໍລິຫານງານພັກແຂວງ ຊຸດໃໝ່ ເອົາໃຈໃສ່ຕື່ມເປັນຕົ້ນ: ສືບຕໍ່ຕັ້ງໜ້າປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຕິດພັນກັບການພັດທະນາຊົນນະບົດ ລົບລ້າງຄວາມທຸກຍາກຂອງປະຊາຊົນ ຖືເອົາການຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ເປັນມາດຕະການຍຸດທະສາດ ໃຫ້ແຂງແຮງຂຶ້ນກວ່າເກົ່າ; ສູ້​ຊົນສ້າງ​ພື້ນເສດຖະກິດ​​ໃຫ້ຂະຫບາຍຕົວ​ຢ່າງ​ຕໍ່​ເນື່ອງ ​ສະເລ່ຍ 6,7% ຕໍ່​ປີ, ສະ​ເລ່ຍຕໍ່​ຫົວ​ຄົນ​ໃຫ້​ບັນລຸ 23 ລ້ານກວ່າກີບຕໍ່ຄົນ/​ປີ ຂຶ້ນໄປ; ເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ກໍ່ຄື ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຄຽງຄູ່ກັບການເອົາໃຈໃສ່ ວາງ​​ແຜນພັດ​ທະ​ນາ​ເຂດ​ແຄ້ວນ ຕ້ອງມີ​ຈຸດ​ສຸມ​ທີ່​ຊັ​ດ​ເຈນ ແລະ ຈະແຈ້ງທີ່ສຸດ​ ເພື່ອແນໃສ່ທິດໃນການສ້າງ​ເສດ​ຖະ​ກິດ​ ເອ​ກະ​ລາດ​ ເປັນ​ເຈົ້າ​ຕົນ​ເອງ ໃຫ້ປາກົດຜົນເປັນຈິງ; ສືບຕໍ່ຍູ້ແຮງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃນຫຼາຍຂະແໜງການ ເພື່ອຂະຫຍາຍແຫຼ່ງລາຍຮັບໃຫ້ຫຼາຍກວ່າເກົ່າ; ເພີ່ມທະວີການຮ່ວມມືຮອບດ້ານ ກັບບັນດາປະເທດເພື່ອນມິດ, ຍົກລະດັບການພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ, ບັນດາອົງການຈັດຕັ້ງສາກົນ ໃຫ້ເກີດຜົນຕົວຈິງຫຼາຍຂຶ້ນ; ເອົາໃຈໃສ່ຕໍ່ການລົງທຶນ ໃນຂະແໜງອຸດສາຫະກໍາປຸງແຕ່ງ ຕິດພັນກັບຂະແໜງກະສິກຳ ​ແລະ​ ຫັດຖະ​ກໍາ ທີ່ເປັນມູນເຊື້ອຂອງແຂວງ ຕິດພັນກັບການແກ້ໄຂ ແລະ ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ:ເສັ້ນທາງ – ຂົວ ໃຫ້ຮັບປະກັນ ແລະ ໄດ້ມາດຕະຖານ; ສືບຕໍ່ເອົາໃຈໃສ່ການພັດທະນາດ້ານວັດທະນະທໍາ-ສັງຄົມ ໂດຍສຸມໃສ່ປະຕິບັດບັນດາຄາດໝາຍຕົວຊີ້ວັດ ການພັດທະນາແບບຍືນຍົງ ເປັນຕົ້ນ:ດ້ານການສຶກສາ, ສາທາລະນະສຸກ, ເອົາໃຈໃສ່ປັບປຸງສະຫວັດດີການສັງຄົມ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນ ລວມທັງບັນດາຄາດໝາຍຕ່າງໆທີ່ບໍ່ທັນບັນລຸ ຄຽງຄູ່ກັບການເອົາໃຈໃສ່ຄຸ້ມຄອງ-ດັດສົມ ແລະ ການພັດທະນາສີມືແຮງງານ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ກໍ່ຄືໂຄງການລົງທຶນຕ່າງໆ ຢູ່ພາຍໃນແຂວງ ທີ່ມີໃນປັດຈຸບັນ ແລະ ອະນາຄົດ; ສ້າງທຸກເງື່ອນໄຂໃຫ້ພົນລະເມືອງມີວຽກເຮັດງານທຳ ເພື່ອແກ້ໄຂ ສະກັດກັ້ນໄພຫວ່າງງານ ແລະ ການໜີໄປອອກແຮງງານຢູ່ຕ່າງປະເທດ, ເອົາໃຈໃສ່ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ, ຫຼາກຫຼາຍອາຊີບ ເພື່ອສາມາດຕອບສະໜອງຄວາມຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມ; ສຸມ​ໃສ່ວຽກ​ງານ​ຖະ​ແຫຼງ​ຂ່າວ – ສື່ມວນ​ຊົນ​ ໃຫ້​ເປັນ​ກະບອກ​ສຽງ​ອັນ​ແຫຼມ​ຄົມ​ຂອງ​ພັກ ຄຽງຄູ່ກັບການອະ​ນຸ​ລັກ​ຮັກສາ ແລະ ພັດທະນາ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມຂອງ​ຊາດ ຂອງທ້ອງ​ຖິ່ນ ​ໃຫ້​ຍືນ​ຍົງ, ປົກ​ປັກຮັກສາ ແລະ ​ສົ່ງ​ເສີມ​ຄຸນ​ຄ່າ​ມໍ​ລະ​ດົກ​ທາງ​ດ້ານວັດ​ທະ​ນະ​ທຳ​ໃຫ້​ຍືນ​ຍົງ, ​ພັດ​ທະ​ນາ​ອຸດ​ສະ​ຫາ​ກຳ​ການທ່ອງ​ທ່ຽວ, ຍູ້ແຮງການໂຄສະນາ ແລະ ດຶງດູດການທ່ອງທ່ຽວໃຫ້ເພີ່ມຂຶ້ນ; ເອົາໃຈໃສ່ກວດກາ, ຄົ້ນຄວ້າວຽກງານສ້າງຕັ້ງຕາແສງ ເພື່ອສ້າງຄວາມເຂັ້ມແຂງ ຂອງລະບອບປະຊາທິປະໄຕປະຊາຊົນ, ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ໃຫ້ເກີດຜົນເປັນຈິງ; ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ ​ຕໍ່​ພະ​ນັກ​ງານ, ​ຜູ້​ທີ່ມີ​ຜົນ​ງານ ແລະ ມີຄຸນ​ງາມ​ຄວາມ​ດີ ຕໍ່​ປະ​ເທດ​ຊາດ​ ຕໍ່​ການ​ປະ​ຕິ​ວັດ ແລະ​ ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ຜູ້​ທີ່ໄດ້ຮັບເຄາະຮ້າຍຈາກໄພ​ພິ​ບັດ, ປຸກ​ລະ​ດົມ​ສັງ​ຄົມ​ ເຂົ້າ​ຮ​່ວມ​ການ​ສົງ​ເຄາະ​ຊວ່ຍ​ເຫຼືອ​ ຜູ້​ທີ່​ທຸກ​ຍາກ – ດ້ອຍ​ໂອ​ກາດ​ ໃຫ້​ດີກວ່າ​ເກົ່າ; ຄະນະພັກແຕ່ລະຂັ້ນ ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ, ສ້າງແນວຄິດຕື່ນຕົວ ໃນການປະຕິບັດແນວທາງ, ນະໂຍບາຍຂອງພັກ ໂດຍສະເພາະ ແມ່ນໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເດັດດ່ຽວຕໍ່ສູ້ປົກປ້ອງແນວທາງຂອງພັກ, ຕອບຕ້ານຖ້ອຍທຳນອງບິດເບືອນ, ການໂຄສະນາທັບຖົມໂຈມຕີ ແລະ ການຍຸແຍ່ຂອງອິດທິກຳລັງປໍລະປັກ; ເພີ່ມທະວີວຽກງານຕິດຕາມ-ກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ການສວຍໂອກາດ ໃຫ້ເປັນປົກກະຕິ ແລະ ແທດເຖິງທຸກຂົງເຂດ ເພື່ອກວດຄືນບັນດາຄາດໝາຍ ກໍ່ຄືການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງ, ໜ້າທີ່ວຽກງານຕ່າງໆ ທີ່ຂັ້ນເທິງ ແລະ ຄະນະພັກຂັ້ນຂອງຕົນວາງອອກ ແຕ່ລະໄລຍະໃຫ້ເປັນປົກກະຕິ-ເປັນປະຈຳ; ເພີ່ມທະວີວຽກງານປັບປຸງອົງການຈັດຕັ້ງມະຫາຊົນ ຂອງພັກໃຫ້ເຂັ້ມແຂງ, ຄະນະພັກແຕ່ລະຂັ້ນ ຕ້ອງຖືສຳຄັນວຽກງານປັບປຸງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ ສ້າງເງື່ອນໄຂໃຫ້ແຕ່ລະອົງການ ເຄື່ອນໄຫວປະຕິບັດໜ້າທີ່ ໃຫ້ຖືກຕ້ອງຕາມພາລະບົດບາດຂອງຕົນ ໃຫ້ແຂງແຮງ ເພື່ອເປັນກຳລັງແຮງໃຫ້ແກ່ຄະນະພັກແຕ່ລະຂັ້ນ.
May be an image of 6 people, dais, temple and text May be an image of 1 person, dais and text
ສໍາລັບຄະນະບໍລິຫານງານພັກແຂວງຊຸດໃໝ່ ໃຫ້ເອົາໃຈໃສ່ຕື່ມເປັນຕົ້ນ: ໜຶ່ງ: ຮີບຮ້ອນຊີ້ນຳການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະອຽດ; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ກໍ່ຄືປະຊາຊົນບັນດາເຜົ່າໃນທົ່ວແຂວງຮັບຮູ້, ຕິດພັນກັບການຍູ້ແຮງຂະບວນການ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ສອງ: ໃຫ້ແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກ, ຄະນະປະຈຳພັກ ໃຫ້ລະອຽດ, ຈະແຈ້ງ; ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ; ທຸ້ມເທ ເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສຳເລັດໜ້າທີ່ ທີ່ຖືກມອບໝາຍ ເພື່ອຮັບໃຊ້ ພາລະກິດປະຕິວັດອັນສູງສົ່ງຂອງພັກ ນັ້ນແມ່ນເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ; ສາມ: ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ, ລະບອບແບບແຜນວິທີນຳພາ ຂອງພັກ; ຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ; ເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມຄຸນປ່ຽນທາດ; ສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນ; ສີ່: ເອົາໃຈໃສ່ຍົກລະດັບຄວາມຮູ້ ຄວາມສາມາດຂອງຕົນໃຫ້ສູງຂຶ້ນເລື້ອຍໆ ໂດຍສະເພາະແມ່ນຄວາມຮູ້ທາງດ້ານທິດສະດີການເມືອງ ກໍ່ຄື ຄວາມຮູ້ທາງວິຊາການ ທີ່ຕົນຮັບຜິດຊອບ ພ້ອມກັນນັ້ນ ຕ້ອງໄດ້ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ; ຫ້າ: ຕ້ອງປະຕິບັດຢ່າງຖືກຕ້ອງ ຫຼັກການເຮັດວຽກຂອງພັກ ເຊິ່ງແມ່ນຫຼັກການລວມສູນປະຊາທິປະ ໄຕ ນຳພາເປັນໝູ່ຄະນະ, ມອບໝາຍວຽກງານໃຫ້ບຸກຄົນຮັບຜິດຊອບ ຕ້ອງເຂົ້າໃຈວ່າສະຕິປັນຍາລວມໝູ່ ແມ່ນກຳລັງແຮງແຫ່ງການນຳພາຂອງພັກເຮົາ ແມ່ນສິ່ງຄໍ້າປະກັນຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ໄຊຊະນະຂອງພາລະກິດປ່ຽນແປງໃໝ່ ຂອງພັກເຮົາ; ຫົກ: ມີແບບແຜນດຳລົງຊີວິດທີ່ລຽບງ່າຍ ປອດໃສຂາວສະອາດ ຖືເອົາຜົນປະໂຫຍດ ຂອງປະເທດຊາດ ແລະ ປະຊາຊົນຢູ່ເໜືອກວ່າຜົນປະໂຫຍດສ່ວນຕົວ; ເຈັດ: ຂໍຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ເພີ່ມທະວີຄວາມສາມັກຄີພາຍໃນ, ຍົກສູງບົດບາດການນຳພາຂອງພັກ ໃນທຸກຂົງເຂດວຽກງານ, ຕິດພັນແໜ້ນກັບປະຊາຊົນ, ຮັບຟັງຄຳຄິດເຫັນຂອງປະຊາຊົນ ແລະ ແກ້ໄຂບັນຫາທີ່ຄົງຄ້າງຢ່າງຈິງຈັງ. ພ້ອມກັນນັ້ນ, ຕ້ອງສືບຕໍ່ເອົາໃຈໃສ່ພັດທະນາເສດຖະກິດ – ສັງຄົມ ໃຫ້ມີຄວາມເຂັ້ມແຂງ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ສ້າງໂອກາດໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາ ແລະ ສາທາລະນະສຸກທີ່ມີຄຸນນະພາບ ພ້ອມທັງຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ແປດ: ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ, ພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ໃນພາກພື້ນ ແລະ ໃນໂລກຕາມແນວທາງນະໂຍບາຍຂອງພັກ.
May be an image of 2 people, dais and text