ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ຄຳພອນ ພິມມະລາດ ເປັນເລຂາຄະນະບໍລິຫານງານພັກເມືອງແບງ

Jan 22, 2025

ວັນທີ 21 ຫາ 22 ມັງກອນ 2025 ທີ່ສະໂມສອນເມືອງແບງ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແບງ ຄັ້ງທີ XIII ເຊິ່ງເປັນເມືອງທໍາອິດຂອງແຂວງອຸດົມໄຊ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພອນ ພິມມະລາດ ຮັກສາການເລຂາຄະນະບໍລິຫານງານພັກເມືອງ, ຮັກສາການເຈົ້າເມືອງໆແບງ. ມີ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ, ພ້ອມ ດ້ວຍຜູ້ແທນສົມບູນ 127 ສະຫາຍ, ຍິງ 5 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ ສະມາຊິກພັກໃນທົ່ວເມືອງແບງ 2,293 ສະຫາຍ, ຍິງ 468 ສະຫາຍ ແລະ ແຂກຮັບເຊີນ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກເມືອງ ໃນໄລຍະ 5 ປີ ຜ່ານມາ ຕີລາຄາຜົນໄດ້ຮັບ, ຂໍ້ຂາດຕົກບົກຜ່ອງ ແລະ ສະຫຼຸບຖອດຖອນບົດຮຽນຢ່າງພາວະວິໃສ. ພ້ອມດຽວກັນນັ້ນ ກໍ່ໄດ້ກຳນົດທິດທາງໜ້າທີ່ໃນຊຸມປີຕໍ່ໜ້າ ແຕ່ນີ້ຮອດປີ 2029 ຕະຫຼອດ 5 ປີ ຜ່ານມາ ເຖິ່ງວ່າສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຍັງສືບຕໍ່ເປັນສິ່ງທ້າທາຍການພັດທະນາ ແລະ ສ້າງສາແຂວງອຸດົມໄຊ ເວົ້າລວມ, ເວົ້າສະເພາະ ກໍ່ຄື ເມືອງແບງ ແຕ່ພາຍໃຕ້ການ ນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັດເມືອງແບງ ເຫັນວ່າ ເສດຖະກິດຂອງເມືອງ ຍັງຢູ່ໃນສະພາບທີ່ໝັ້ນທ່ຽງ ແລະ ສືບຕໍ່ຂະຫຍາຍຢ່າງຕໍ່ເນື່ອງ ສະເລ່ຍໃນລະດັບ 4,93% ລວມຍອດຜົນຜະລິດລວມ (GRDP) ບັນລຸ 865,9 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 19 ລ້ານກວ່າກີບ, ເທົ່າກັບ 910 ໂດລາສະຫະລັດ ຕໍ່ຄົນຕໍ່ປີ, ໃນນີ້ ຂະແໜງກະສິກຳ ແລະ ປ່າໄມ້ ກວມ 83,52%, ຂະແໜງອຸດສາຫະກໍາ ກວມ 5,65% ແລະ ຂະແໜງການບໍລິການ ກວມ 10,83% ສາມາດສ້າງເງື່ອນໄຂໃຫ້ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຢ່າງໝັ້ນທ່ຽງ ຕາມທິດພັດທະນາເປັນໃຈກາງດ້ານເສດຖະກິດຂອງແຂວງ.
ກອງປະຊຸມໃຫ່ຍຄັ້ງນີ້ ໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານພັກເມືອງຊຸດໃຫ່ມ, ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ ທັງໝົດ 32 ສະຫາຍ, ຍິງ 4 ສະຫາຍ, ເລືອກເອົາ 27 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຢ່າງສົມບູນເລືອກເອົາ ສະຫາຍ ຄຳພອນ ພິມມະລາດ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສຸກສະຫວັນ ວົງລ້ອມ ແລະ ສະຫາຍ ບຸນຊ່ວງ ຄຳພູວົງ ເປັນຮອງເລຂາພັກເມືອງ.
ເລືອກເອົາ ສະຫາຍ ທອງເພັດ ຈັນທະວົງ ເປັນປະທານກວດກາ, ສະຫາຍ ຄຳແສງ ສຸດທິວົງ ແລະ ສະຫາຍ ຄຳຊາຍ ແກ້ວບັນດິດ ເປັນຮອງປະທານກວດກາພັກເມືອງ.
ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະ ຊຸມ, ກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ ຄະນະພັກ-ຄະນະນຳຂອງເມືອງຍາດມາໄດ້ໃນໄລຍະຜ່ານ ພ້ອມທັງເນັ້ນໜັກໃຫ້ ຄະນະພັກ, ສະມາຊິກທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງແບງ ໂດຍສະເພາະ ຄະນະບໍລິ ຫານງານພັກເມືອງຊຸດໃຫມ່ ຕ້ອງເປັນແບບຢ່າງດ້ານຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ແບບແຜນດຳ ລົງຊີວິດ, ຕ້ອງເອົາໃຈໃສ່ຖືເອົາຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ ຢູ່ເໜືອຜົນປະໂຫຍດສ່ວນຕົວ, ເພີ່ມທະວີຄວາມສາມັກຄີເປັນຈິດໜຶງໃຈດຽວ, ເຊີດຊູມານະຈິດປະຕິວັດ ແລະ ມູນເຊື້ອດຸໜັ່ນຂະຫຍັນພຽນ, ຫົວຄິດປະດິດສ້າງ ເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາເມືອງແບງ ໃຫ້ມີການຂະຫຍາຍຕົວດີຂື້ນ, ສ້າງເມືອງແບງໃຫ້ກາຍເປັນເມືອງເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ກາຍເປັນຫົວໜ່ວຍພັດທະນາ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ-ສາມັກຄີປອງດອງ, ສີວິໄລ ແລະ ຍຸຕິດທຳ ຢ່າງແທ້ຈິງ.
ທີ່ມາ: ວິທະຍຸ-ໂທລະພາບແຂວງອຸດົມໄຊ