ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ຄຳພັນ ເຜີຍຍະວົງ ເຄື່ອນໄຫວຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວນະຄອນຫຼວວຽງຈັນ

Dec 12, 2024

ໃນວັນທີ 11 ທັນວານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຮອງຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ລົງເຄື່ອນໄຫວຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວນະຄອນຫຼວງວຽງຈັນ ແລະ ລົງເຄື່ອນໄຫວຢ້ຽມຢາມຕົວແບບການຜະລິດທາງກະສິກຳ, ຫັດຖະກຳ ແລະ ການທ່ອງທ່ຽວ ຢູ່ບັນດາເມືອງຂອງນະຄອນຫຼວງວຽງຈັນ ເພື່ອເປັນເປົ້າໝາຍພິຈາລະນາຄັດເລືອກເປັນຕົວແບບ ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.​
ສະຫາຍ ພູວົງ ວົງຄຳຊາວ ກຳມະການປະຈຳພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຮອງຫົວໜ້າອະນຸກຳມະການເນື້ອໃນ ກອງປະຊຸມໃຫຍ່ທົ່ວນະຄອນຫຼວງຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ອົງຄະນະພັກ ນວ ປະກອບມີ 11 ອົງຄະນະພັກ ມີ 77 ຄະນະພັກຮາກຖານ ມີໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາຖານ 1,​285 ໜ່ວຍ ມາຮອດການກະກຽມວຽກງານດັ່ງກ່າວ ໄດ້ສຳເລັດຫຼາຍໜ້າວຽກໂດຍພື້ນຖານເປັນຕົ້ນສຳເລັດການແນະນໍາເອກະສານ ຂອງອະນຸກຳມະການເນື້ອໃນກວດຜ່ານຮ່າງລາຍງານການເມືອງ ແຜນພັດທະນາຂະແໜງການ ບົດແນະນໍາ ແລະ ແຈ້ງການຕ່າງໆ ພ້ອມນີ້ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກພາກສ່ວນກ່ຽວຂ້ອງ ຂອງ ນວ ໃນວຽກງານຊຸກຍູ້ສົ່ງເສີມການຜະລິດຄອບຕົວແບບດ້ານກະສິກຳ ແລະ ການທ່ອງທ່ຽວ ໂດຍສະເພາະດ້ານການຜະລິດ ປັດຈຸບັນ ນວ ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ 143 ກຸ່ມ ເນື້ອທີ່ 6,257 ເຮັກຕາ ມີສະມາຊິກ 5,221 ຄອບຄົວ ຊຸກຍູ້ບັນດາເມືອງຜະລິດເປັນສິນຄ້າເພື່ອທົດແທນການນໍາເຂົ້າໃຫ້ຫຼຸດລົງ ແລະ ອື່ນໆ.
ຈາກນັ້ນ,​ ສະຫາຍ ຄຳພັນ ເຜີຍຍະວົງ ກໍໄດ້ສືບຕໍ່ລົງຢ້ຽມຢາມໂຮງງານກາເຟສີໜຸກ ບ້ານສົມສະໜຸກ ເມືອງຫາດຊາຍຟອງ, ໂຮງງານຊ່າງຫັດຖະກຳໄຜ່ເອກະລັກ ບ້ານທົ່ງຕູມ ເມືອງຈັນທະບູລີ ຢ້ຽມຢາມຕົວແບບການປູກພືດກະສິກຳອິນຊີ ຢູ່ບ້ານໂນນແຕ້ ແລະ ສະຖານທີ່ທ່ອງທ່ຽວ ບ້ານເວີນແທ່ນ ເມືອງໄຊທານີ ຊຶ່ງການລົງຢ້ຽມຢາມໃນແຕ່ລະຈຸດ ຄະນະກໍໄດ້ຮັບຟັງລາຍງານໂດຍຫຍໍ້ ກ່ຽວກັບຫົວໜ່ວຍການຜະລິດດັ່ງກ່າວຕື່ມອີກ.
ໂອກາດນີ້,​ ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຫົວໜ່ວຍການຜະລິດດັ່ງກ່າວ ທີ່ເອົາໃຈໃສ່ໃນການພັດທະນາຂະແໜງການຂອງຕົນ ໃຫ້ຂະຫຍາຍຕົວດີຂຶ້ນກວ່າເກົ່າ ແລະ ຮຽກຮ້ອງໃຫ້ເສີມຂະຫຍາຍຮັກສາມູນເຊື້ອ ທີ່ເຄີຍປະຕິບັດຜ່ານມາໃຫ້ຫຼາຍຂຶ້ນກວ່າເກົ່າ ຕາມແນວທາງນະໂຍບາຍຂອງພັກ-ລັດເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືປະເທດຊາດໃຫ້ນັບມື້ເພີ່ມຂຶ້ນເລື່ອຍໆ ສໍາລັບວຽກກະກຽມກອງປະຊຸມ 3 ຂັ້ນຕ້ອງສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຄໍາສັ່ງ ແຈ້ງການທີ່ຂັ້ນເທິງວາງອອກ ແລະ ສູ້ຊົນຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານ ໃຫ້ສຳເລັດຕາມແຜນການທີ່ວາງໄວ້.
ຂ່າວ-ພາບ: ບຸນຕອມ