ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ຄໍາກ້ຽງ ຈົ່ງຮົວທໍ່ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງໂພນໄຊ ແຂວງຫລວງພະບາງ

Feb 12, 2025

ສະຫາຍ ຄໍາກ້ຽງ ຈົ່ງຮົວທໍ່ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງໂພນໄຊ ແຂວງຫລວງພະບາງ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂພນໄຊ ຄັ້ງທີ X ໄດ້ດຳເນີນເປັນເວລາ 2 ວັນ, ແຕ່ວັນທີ 10-11 ກຸມພາ 2025 ທີ່ສະໂມສອນໃຫຍ່ຂອງເມືອງ. ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະຮັບຮອງເອົາຢ່າງເປັນເອກະສັນ ເນື້ອໃນລາຍງານການເມືອງ ຂອງຄະນະບໍລິຫານງານພັກເມືອງ ຄັ້ງທີ IX, ໂດຍໄດ້ສະຫຼຸບຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ ກໍ່ຄືມະຕິ VIII ຂອງອົງຄະນະພັກແຂວງ ແລະມະຕິ XI ຂອງພັກ ເປັນຕົ້ນ ບັນດາຜົນສໍາເລັດທີ່ພົ້ນເດັ່ນ ໃນແຕ່ລະຂົງເຂດວຽກງານ ເຊິ່ງເປັນບົດຮຽນທີ່ຖອດຖອນໄດ້ ຈາກພຶດຕິກໍາ ແຫ່ງການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ IX ຂອງອົງຄະນະພັກເມືອງ ແລະຜົນງານ 49 ປີ ແຫ່ງການປ່ຽນແປງໃໝ່ ຢູ່ເມືອງໂພນໄຊ, ພ້ອມກັນນັ້ນ ໄດ້ກໍານົດເອົາທິດທາງລວມ ແລະ 7 ຄາດໝາຍສູ້ຊົນຕົ້ນຕໍ ແຕ່ປີ 2025-2029. ທັງໄດ້ຮັບຟັງການລາຍງານ ກ່ຽວກັບແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ແຕ່ປີ 2025-2029; ໂດຍກໍານົດອອກ 6 ເປົ້າໝາຍໃຫຍ່ ເພື່ອສືບຕໍ່ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະປະກົດຜົນເປັນຈິງ, ພ້ອມນັ້ນ ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງຊຸດທີ IX ໂດຍໄດ້ຕີລາຄາສູງຕໍ່ຄວາມພະຍາ ຍາມອັນຕັ້ງໜ້າ ແລະຄວາມເປັນເຈົ້າການປະດິດສ້າງ ໃນການເສີມຂະຫຍາຍມູນເຊື້ອ ແລະບົດຮຽນຂອງຄະນະພັກຊຸດຜ່ານມາ, ສາມາດນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງຕົນ ມີຜົນສໍາເລັດອັນສໍາຄັນ ພົ້ນເດັ່ນຫຼາຍດ້ານ ແລະບາງດ້ານ ໄດ້ລື່ນຄາດໝາຍ.
ຜູ້ແທນສົມບູນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຊຸດທີ X ເຊີ່ງມີຜູ້ອອກສະໝັກຮັບເລືອກຕັ້ງທັງໝົດ 31 ສະຫາຍ, ເລືອກເອົາ 27 ສະຫາຍ ຍີງ 2 ສະຫາຍ ແລະປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນ 13 ສະຫາຍ, ຍິງ 1 ສະຫາຍ ແລະຜູ້ແທນສໍາຮອງ 2 ສະຫາຍ ຍິງ 1 ສະຫາຍ, ເພື່ອຕາງໜ້າອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນ ອົງຄະນະພັກແຂວງ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກເອົາຄະນະປະຈໍາພັກ 9 ສະຫາຍ ຍີງ 1 ສະຫາຍ, ໃນນັ້ນ ໄດ້ເລືອກເອົາ ສະຫາຍ ຄໍາກ້ຽງ ຈົ່ງຮົ່ວຖໍ່ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ຊາຍພອນ ສຸອຸໄທ ແລະສະຫາຍ ແກ່ນຈັນ ພິລາວັນ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ຈັນທົມ ສຸລິຍະສັກ ເປັນປະທານກວດກາພັກ, ສະຫາຍ ຄໍາໝັ້ນ ແສງສຸລິດາວົງ ແລະສະຫາຍ ຈັນທາ ຕົ່ງປ່າວທ່າວ ເປັນຮອງປະທານກວດກາພັກເມືອງ.
ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ເຈົ້າແຂວງຫຼວງພະບາງ; ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນໍາ ເພື່ອສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະປັບປຸງແກ້ໄຂຂໍ້ຄົງຄ້າງແຕ່ລະດ້ານໃຫ້ໝົດໄປ; ທັງຮຽກຮ້ອງໃຫ້ ຄະນະບໍລິຫານງານພັກເມືອງຊຸດໃໝ່ ສືບຕໍ່ນໍາພາ-ຊີ້ນໍາ ໃນການຈັດ ຕັ້ງຜັນຂະຫຍາຍ ແລະປະຕິບັດມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງຊຸດນີ້ ໃຫ້ເຂົ້າສູ່ຊີວິດຕົວຈິງ ແລະມີຜົນສໍາເລັດ ຕາມລະດັບຄາດໝາຍ ທີ່ວາງໄວ້, ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ, ສະມາຊິກພັກ, ພະນັກງານ-ລັດຖະກອນທະຫານ, ຕໍາຫຼວດ ແລະປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນໃນທົ່ວເມືອງ ຈົ່ງເຊີດຊູສະຕິປັນຍາ, ຄວາມຮູ້ ຄວາມສາມາດ ແລະດ້ານທຶນຮອນ, ເສີມຂະຫຍາຍຄວາມຮັບຜິດຊອບທາງດ້ານການເມືອງ ຂອງຕົນໃຫ້ສູງຂຶ້ນສູ້ຊົນສ້າງທຸກເງື່ອນໄຂ ເຮັດໃຫ້ເມືອງເມືອງໂພນໄຊ ເປັນເມືອງກາຍ ເປັນເມືອງເຂັ້ມແຂງ ດ້ານການປູກຝັງ-ລຽງສັດທີ່ມີຄຸນນະພາບ, ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ, ຂອງເມືອງ ໃຫ້ມີໄຊຊະນະອັນໃໝ່ ຍິ່ງໃຫຍ່ກວ່າເກົ່າ.
Cr: ອາພຸດເດດ