ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ຄໍາພັນ ເຜີຍຍະວົງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດຫວຽດນາມຄົນໃໝ່

Oct 17, 2024

ສະຫາຍ ຄໍາພັນ ເຜີຍຍະວົງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດຫວຽດນາມຄົນໃໝ່
ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ປະທານສະພາທິດສະດີສູນກາງພັກຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຄົນໃໝ່ ພ້ອມ ດ້ວຍຄະນະ.
ໃນໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍ ທີ່ສະຫາຍ ຫງວຽນ ມິງ ເຕິມ ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງ ຕຳແໜ່ງເປັນເອກອັກ ຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືຂອງສອງປະເທດ ລາວ-ຫວຽດນາມ ໃນຕະຫຼອດ ໄລຍະຜ່ານມາ ຊຶ່ງສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ມີການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ, ການຮ່ວມມືດ້ານປ້ອງກັນ ຊາດ-ປ້ອງກັນ ຄວາມສະຫງົບ ມີຄວາມແໜ້ນແຟ້ນ ແລະ ການຮ່ວມມືດ້ານ ເສດຖະກິດ- ການຄ້າ-ການລົງທຶນ ມີທ່າຂະຫຍາຍຕົວຢ່າງຕັ້ງໜ້າ.
ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍບົດຮຽນ ແລະ ປະສົບການຂອງ ສະຫາຍເອກອັກຄະລັດຖະ ທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຄົນໃໝ່ ຈະສາມາດປະຕິບັດ ໜ້າທີ່ການທູດ ຢູ່ ສປປ ລາວ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ ຕາມທີ່ພັກ-ລັດ ມອບໝາຍໃຫ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ ນັບຈະເລີນງອກງາມຍິ່ງໆຂຶ້ນ.
ໂອກາດດຽວກັນ, ສະຫາຍ ຫງວຽນ ມິງ ເຕິມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງໃກ້ຊິດເພື່ອ ປະກອບສ່ວນຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ສອງຝ່າຍໃນດ້ານຕ່າງໆ ໃຫ້ແຕກດອກອອກຜົນໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.
(ຂ່າວ-ພາບ: ແສງຈັນ).