ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງປາກງື່ມ, ນະຄອນຫລວງວຽງຈັນ ອັດລົງດ້ວຍຜົນສໍາເລັດໃນວັນທີ 25 ມີນາ 2025 ພາຍຫລັງດໍາເນີນມາເປັນເວລາ 1 ມື້ເຄີ່ງ ຢູ່ສະໂມ ສອນໃຫຍ່ເມືອງປາກງື່ມ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາຫມູນ ຕຽງທະລາດ, ກໍາມະການພັກນະຄອນຫລວງວຽງຈັນ, ເລຂາພັກເມືອງ, ເຈົ້າເມືອງ ປາກງື່ມ. ມີ ສະຫາຍ ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນ ຫລວງວຽງຈັນ ພ້ອມດ້ວຍຜູ້ແທນສົມບູນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ເເຜນພັດທະນາເສດຖະກິດ-ສັງຄົມ ເເລະ ບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງຊຸດເກົ່າ, ກອງປະຊຸມໄດ້ຕີລາຄາດ້ານດີດ້ານ-ອ່ອນ, ຂໍ້ຄົງຄ້າງ, ສາເຫດພາໃຫ້ມີດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມດຽວກັນນີ້ ໄດ້ຕົກລົງເປັນເອກະສັນຮັບ ຮອງເອົາທິດທາງລວມ ເເລະ ຄາດຫມາຍສູ້ຊົນໃນໄລຍະ 5 ປີຕໍ່ຫນ້າ ຄື: ແຕ່ 2025-2029 ໂດຍສະເພາະທິດທາງລວມເເມ່ນຍົກສູງຄວາມສາມາດຂອງການນໍາພາ-ຄວາມເປັນເເບບຢ່າງນໍາ
ຫນ້າຂອງພັກ ເພື່ອເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື GDP ຮອດປີ 2029 ບັນລຸ 2,603 ຕື້ກີບ, ສະເລ່ຍໃສ່ຫົວຄົນໃຫ້ບັນລຸ 97,209,851 ກີບ/ຄົນ/ປີ, ຕິດພັນກັບວຽກງານພັດທະນາພື້ນຖານໂຄງລ່າງ, ການພັດທະນາຂົງເຂດວຽກງານວັດ ທະນະທໍາ-ສັງຄົມ ເເລະ ອື່ນໆ.
ກອງປະຊຸມ ໄດ້ປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງປາກງື່ມຊຸດໃໝ່ ກໍຄື ຊຸດທີ VI ເຊິ່ງມີຜູ້ອອກຮັບສະໝັກເລືອກ ຕັ້ງ 30 ສະຫາຍ, ຍິງ 06 ສະຫາຍ ແລະເລືອກໄດ້ 25 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງຊຸດໃໝ່ ໄດ້ເລືອກຕັ້ງເອົາຄະນະປະຈຳພັກເມືອງ 07 ສະຫາຍ, ຍິງ 01 ສະຫາຍ, ເລືອກເອົາ ສະຫາຍ ຄໍາໝູນ ຕຽງທະລາດ, ເປັນເລຂາຄະນະບໍລິຫານງານພັກເມືອງປາກງື່ມ ຊຸດທີ VI, ,ເລືອກເອົາ ສະຫາຍ ນາງ ອາມິດຕາ ສີປະມວນ, ເປັນຮອງເລຂາ, ທັງເປັນປະທານກວດກາພັກເມືອງ, ສະຫາຍ ກອງມີ ສີສະຫມຸດ, ເປັນຮອງເລ ຂາ, ທັງເປັນຮອງປະທານກວດກາພັກເມືອງ
ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມເພື່ອຊີ້ທິດທາງໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໃນຕໍ່ຫນ້າ ຈາກ ທ່ານ ອາດສະພັງທອງ ສີພັນດອນ. ທ່ານໄດ້ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມ ພ້ອມທັງເນັ້ນຫນັກຫລາຍບັນຫາສໍາຄັນໃຫ້ຄະນະບໍລິຫານງານພັກເມືອງປາກງື່ມສະໄຫມທີ VI ເອົາໃຈໃສ່ ໂດຍສະເພາະ ການນຳພາສຶກສາອົບຮົມການເມືອງ-ແນວ ຄິດຂອງຄະນະພັກແຕ່ລະຂັ້ນຢ່າງເເຂງເເຮງ, ການຫັນປ່ຽນທາງດ້ານແນວຄິດຈິນຕະນາການ ຍັງບໍ່ທັນສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ແບບແຜນວິທີເຮັດວຽກ, ພະນັກງານ-ສະມາຊິກພັກ ແລະ ປະຊາຊົນຈຳນວນໜຶ່ງ ຍັງມີສະຕິເຄົາລົບ ແລະ ປະຕິບັດກົດໝາຍບໍ່ທັນສູງ ເເລະ ບັນຫາອື່ນໆ.
ຂ່າວ:ເດດອາລຸນ ແກ້ວວິໄລ່
ພາບ:ຕາລີເຊ້ຍ ລໍ່ມີໄຊ







