ໃນລະຫວ່າງວັນທີ 30-31 ມັງກອນ 2025, ກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງພະລານໄຊ ໄດ້ຈັດຂຶ້ນທີ່ສະໂມສອນຂອງເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ, ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ.
ເນື້ອໃນຂອງບົດລາຍງານການເມືອງທີ່ໄດ້ຜ່ານໃນກອງປະຊຸມ ໄດ້ສະແດງໃຫ້ເຫັນຜົນງານການນຳພາ-ຊີ້ນຳຂອງອົງຄະນະພັກເມືອງພະລານໄຊໃນໄລຍະ 5 ປີຜ່ານມາ ເຊິ່ງລະບົບການຈັດຕັ້ງຖັນແຖວ ປກຊ-ປກສ ໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງຕິດພັນກັບການສ້າງບ້ານປ້ອງກັນຊາດເຂັ້ມແຂງ ກວມ 100%, ເພີ່ມຂຶ້ນ 20 ບ້ານ,ບ້ານປ້ອງກັນຄວາມສະຫງົບດີ 98.14% ຂອງບ້ານທັງໝົດ ເພີ່ມຂຶ້ນ 8 ບ້ານ,ສ້າງບ້ານປອດຢາເສບຕິດໄດ້ 88.88% ຂອງບ້ານທັງໝົດ ເພີ່ມຂຶ້ນ 25 ບ້ານ ເທົ່າກັບ 92.59% ຂອງແຜນການ. ການພັດທະນາດ້ານເສດຖະກິດ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງໃນການຜະລິດເປັນສິນຄ້າຂອງປະຊາຊົນຢ່າງເປັນຂະບວນກວ້າງຂວາງ, ເສດຖະກິດຂອງເມືອງຂະຫຍານຕົວສະເລ່ຍ 5.52% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ 400 ກວ່າຕື້ກີບ ເທົ່າກັບ 102.84% ຂອງແຜນ ການ, ສະເລ່ຍໃສ່ຫົວຄົນໄດ້ 10.72 ລ້ານກີບຕໍ່ຄົນຕໍ່ປີ, ສະເລ່ຍເຂົ້າເປືອກໃສ່ຫົວຄົນໄດ້ 853.63 ກິໂລ/ຄົນ/ປີ, ເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ລື່ນແຜນການ 21.75%, ດ້ານລາຍຈ່າຍປະຕິບັດໄດ້ 98.42% ຂອງແຜນການ.
ພື້ນຖານໂຄງລ່າງໄດ້ຮັບການພັດທະນາເປັນກ້າວໆ ເສັ້ນທາງແຕ່ເມືອງຫາບ້ານ, ບ້ານຫາບ້ານ ສາມາດທຽວໄດ້ສອງລະດູ ກວມ 87.10%,ບ້ານທີ່ຊົມໃຊ້ໄຟຟ້າ ກວມ 98.15% ເພີ່ມຂຶ້້ນ 2 ບ້ານ ເທົ່າກັບ 66.66% ຂອງແຜນການ.
ການລຶບລ້າງຄວາມທຸກຍາກ ແລະພັດທະນາຊົນນະບົດ, ທົ່ວເມືອງສາມາດລົບ ລ້າງບ້ານທຸກຍາກໄດ້ 40 ບ້ານ ກວມເອົາ 74.07% ຂອງບ້ານທັງໝົດ, ເທົ່າກັບ 200% ຂອງແຜນການ (ແຜນການໃຫ້ໄດ້ 20 ບ້ານ) ແລະປະເມີນຄອບຄົວພົ້ນທຸກໄດ້ 4,126 ຄອບຄົວ, ເທົ່າກັບ 54.02% ຂອງຄອບຄົວທັງໝົດ(ມີ 7,637 ຄອບຄົວ) ເທົ່າກັບ 173.65% (ແຜນການ 2,376 ຄອບຄົວ), ສ້າງບ້ານພັດທະນາໄດ້ 5 ບ້ານ ເທົ່າກັບ 18.52% (ແຜນການໃຫ້ໄດ້ 27 ບ້ານ) ແລະ ສ້າງຄອບຄົວພັດທະນາໄດ້ 2,910 ຄອບຄົວ, ເທົ່າກັບ 118%(ແຜນການ 2,466 ຄອບຄົວ).
ກອງປະຊຸມຄັ້ງນີ້, ຜູ້ແທນສົມບູນຈຳນວນ 145 ສະຫາຍ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງພະລານໄຊ ຊຸດທີ VI ຢ່າງເປັນທາງການ ເຊິ່ງມີຜູ້ສະໝັກຮັບເລືອກຕັ້ງຈຳນວນ 29 ສະຫາຍ, ເລືອກເອົາ 25 ສະຫາຍ ເຂົ້າເປັນຄະນະບໍລິຫານງານພັກເມືອງພະລານໄຊ ຊຸດທີ VI.
ກອງປະຊຸມຄັ້ງນີ້ແມ່ນໄດ້ເລືອກເອົາຄະນະກຳມະການປະຈໍາພັກເມືອງຈໍານວນ 7 ສະຫາຍ, ຍິງ 2 ສະຫາຍ. ເຫັນດີເລືອກເອົາ ສະຫາຍ ດວງຈັນ ແສນບຸດຕະລາດ ເປັນ ເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ມ່ານ ໄຊຍະສານ ແລະ ສະຫາຍ ສົມບູນ ແກ້ວສະຫວັນ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ.
ກອງປະຊຸມໄດ້ເປັນເອກກະສັນຢ່າງສົມບູນ ເລືອກຕັ້ງເອົາ ປະທານ ແລະ ຮອງປະທານຄະນະກວດກາພັກ ເມືອງ ຈໍານວນ 3 ສະຫາຍ ມີສະຫາຍ ສົມບູນ ແກ້ວສະຫວັນ ເປັນ ປະທານຄະນະກວດກາພັກເມືອງ, ສະຫາຍ ນາງ ໄຊຊະນະ ແກ້ວວິໄຊ ແລະ ສະຫາຍ ຂັນດາໄຊ ອິນສີສົມສັກ ເປັນ ຮອງປະທານຄະນະກວດກາພັກເມືອງ.
Cr: ສະຫວັນພັດທະນາ ຂ່າວ






