ໃນຕອນບ່າຍຂອງວັນທີ 5 ເມສາ ນີ້ ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ຮອງປະທານພັກປະຊາຊົນກໍາປູເຈຍ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໃນໂອກາດເດີນທາງມາວາງພວງມາລາ ໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແລະ ໃນນາມສ່ວນຕົວ ໄດ້ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ເດີນທາງມາຮ່ວມພິທີວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ຊຶ່ງເປັນການແບ່ງເບົາຄວາມທຸກໂສກກັບ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ທັງເປັນການສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບ ແລະ ການຮ່ວມມືຖານບ້ານພີ່ເມືອງນ້ອງ, ບ້ານແກ່ວເມືອງດອງ ທີ່ມີມູນເຊື້ອມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ກໍາປູເຈຍ. ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ ກໍໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນກຳປູເຈຍ ອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຕໍ່ ສປປ ລາວ ທັງໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ.
ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ໄດ້ນຳເອົາສານເສົ້າສະຫຼົດໃຈ ຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກ ປະຊາຊົນ ກໍາປູເຈຍ ເພື່ອມອບໃຫ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ. ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ໄດ້ຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ທີ່ເປັນໜຶ່ງໃນບັນດາການນໍາຮຸ່ນທໍາອິດຂອງ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ເປັນຫຼັກແຫຼ່ງ ແລະ ແກນນໍາ ຂອງສູນກາງພັກທີ່ນໍາພາ-ຊີ້ນໍາ ການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ທັງຍັງແມ່ນນັກຮັກຊາດ, ນັກປະຕິວັດ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ-ຂອງຊາດ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ຕະຫຼອດຊີວິດໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາ ເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ການຈາກໄປໂດຍບໍ່ມີວັນຈະກັບຄືນມາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການສູນເສຍອັນໃຫຍ່ຫຼວງທີ່ສຸດສໍາລັບ ພັກ, ລັດ ແລະ ປະຊາຊົນລາວ ແຕ່ຍັງເປັນການສູນເສຍເພື່ອນມິດທີ່ສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນ ກໍາປູເຈຍ ອີກດ້ວຍ; ສະແດງຄວາມເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ໂດຍໄວ ແລະ ສືບຕໍ່ພາລະກິດສ້າງສາພັດທະນາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ເຖິງວ່າ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ຈາກພວກເຮົາໄປແລ້ວກໍຕາມ ແຕ່ສອງປະເທດ ພວກເຮົາ ຈະສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີການຮ່ວມມືໃຫ້ນັບມື້ນັບແໜ້ນແຟ້ນ ແຕກດອກອອກຜົນ ໃຫ້ສົມກັບຄວາມມຸ່ງຫວັງ ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ.
ການນຳສອງຝ່າຍຕ່າງກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນການສະໜັບສະໜູນ, ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດ ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ ໃນປັດຈຸບັນ; ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງຝ່າຍ ແລະ ຜັນຂະຫຍາຍຜົນສຳເລັດການພົບປະຜູ້ນຳ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ໃຫ້ໄດ້ຮັບຜົນເປັນຢ່າງດີ ແລະ ໄດ້ຢືນຢັນວ່າ ສອງຝ່າຍ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ແລະ ກໍາປູເຈຍ-ລາວ ໃຫ້ນັບມື້ສວຍສົດງົດງາມ, ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ ສະແດງຄວາມຂອບໃຈ ໄປຍັງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດແຫ່ງ ຣາຊະອານາຈັກ ກຳປູເຈຍ ທີ່ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ພ້ອມທັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄວາມຂອບໃຈ ເຖິງພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດແຫ່ງ ຣາຊະອານາຈັກ ກຳປູເຈຍ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ແລະ ບັນດາການນຳ ພັກ-ລັດ ກຳປູເຈຍ ແລະ ປະຊາຊົນລາວ ມີຄວາມຄອງຄອຍທີ່ຈະໄດ້ຕ້ອນຮັບການສະເດັດ ຢ້ຽມຢາມ ລັດຖະກິດ ສປປ ລາວ ຂອງ ພະມະຫາກະສັດແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນອະນາຄົດອັນໃກ້ນີ້.
ຂ່າວ: ຕປທ, ພາບ: ສໍານານ




