ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ສີ ຈິ້ນຜິງ

Sep 5, 2025

ໃນໂອກາດເດີນທາງໄປເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ ແຕ່ວັນທີ 3-6 ກັນຍາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ທີ່ຫໍສະພາປະຊາຊົນຈີນ ໃນຕອນເຊົ້າຂອງວັນທີ 4 ກັນຍາ 2025, ໂດຍມີການນໍາຂັ້ນສູງພັກ, ລັດ ຂອງສອງຝ່າຍເຂົ້າຮ່ວມ.
ໃນການພົບປະ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ສະໜິດສະໜົມ ຂອງ ສະຫາຍ ສີ ຈິ້ນຜິງ ແລະ ຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມ ຂອງ ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 ທີ່ ສປ ຈີນ ເປັນເຈົ້າພາບ ຈັດທີ່ນະຄອນທຽນຈິນ ໃນວັນທີ 31 ສິງຫາ-1 ກັນຍາ 2025, ຜົນສໍາເລັດການຈັດພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ຢູ່ ນະຄອນຫຼວງປັກກິ່ງ ໃນວັນທີ 3 ກັນຍາ 2025 ຜ່ານມາ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ ພັກ, ລັດ ແລະ ປະຊາຊົນຈີນ ຍາດມາໄດ້ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ, ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ. ພ້ອມນັ້ນ, ຍັງໄດ້ແຈ້ງສະພາບການພົ້ນເດັ່ນພາຍໃນພັກ, ສປປ ລາວ ໃຫ້ຝ່າຍຈີນຊາບ, ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ຊ່ວຍ ພັກ, ລັດ ແລະ ປະຊາຊົນລາວ ໃນຕະຫຼອດໄລຍະຜ່ານມາ; ຢືນຢັນທັດສະນະຂອງພັກ, ລັດ ໃນການສະໜັບສະໜູນບັນດາຂໍ້ລິເລີ່ມ ທີ່ ສະຫາຍ ສີ ຈິ້ນຜິງ ສະເໜີອອກໃນຜ່ານມາ, ໂດຍສະເພາະແມ່ນ “ຂໍ້ລິເລີ່ມ ວ່າດ້ວຍການປົກຄອງລັດ ໃນທົ່ວໂລກ” ທີ່ໄດ້ສະເໜີໃນກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25.
May be an image of 3 people May be an image of 3 people and text
ສະຫາຍ ສີຈິ້ນຜິງ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ແລະ ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 ຂອງຝ່າຍລາວ, ໂດຍສະເພາະແມ່ນ ການຮັບຮອງເອົາ ສປປ ລາວ ເຂົ້າເປັນປະເທດຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືດັ່ງກ່າວ; ໄດ້ບິແບ່ງບົດຮຽນ ແລະ ຜົນສໍາເລັດອັນພົ້ນເດັ່ນ ຂອງ ພັກ, ລັດຈີນ ໃນການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ຕາມທິດຫັນເປັນທັນສະໄໝ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ; ເນັ້ນເຖິງຄວາມສໍາຄັນຂອງການນໍາພາຂອງພັກ ໃນພາລະກິດກໍ່ສ້າງສັງຄົມນິຍົມ ຊຶ່ງສອງປະເທດ ລາວ-ຈີນ ຕ້ອງໄດ້ຮ່ວມມືກັນ ໃຫ້ແໜ້ນແຟ້ນກວ່າເກົ່າ ໃນຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໂດຍສະເພາະແມ່ນການລົງເລິກແລກປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກໍາ, ວຽກງານກໍ່ສ້າງພັກ-ພະນັກງານ, ການປົກຄອງລັດ-ບໍລິຫານປະເທດ, ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ ແລະ ອື່ນໆ ເພື່ອປະກອບສ່ວນແກ່ການພັດທະນາຂອງສອງປະເທດ ໃນໄລຍະໃໝ່.
May be an image of 10 people, the Oval Office and dais
ສອງຝ່າຍ ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນຮ່ວມມື ລາວ-ຈີນ ກໍຄື ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບທີ 2 ທີ່ນັບມື້ນັບໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີໝາກຜົນທີ່ເປັນຮູບປະທຳ; ສອງຝ່າຍ ຍິນດີຮ່ວມກັນສືບຕໍ່ຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ ຢ່າງແໜ້ນແຟ້ນ ແລະ ມີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ ໃນລະດັບສູງ ຊຶ່ງເປັນພື້ນຖານອັນສໍາຄັນໃນການຊຸກຍູ້ ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ດ້ານອື່ນໆ ໃຫ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງ ມາສູ່ປະຊາຊົນສອງຊາດ; ສອງຝ່າຍ ໄດ້ເຫັນດີເປັນເອກະພາບນຳກັນ ກໍານົດເອົາປີ 2026 ເປັນປີມິດຕະພາບ ລາວ-ຈີນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ກະກຽມສ້າງແຜນການຮ່ວມມືໄລຍະ 5 ປີ ສະບັບໃໝ່ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ ແລະ ສືບຕໍ່ຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ ດ້ວຍຄຸນນະພາບສູງ, ປະສິດທິຜົນສູງ ແລະ ລະດັບທີ່ສູງກວ່າເກົ່າ; ສືບຕໍ່ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ສືບຕໍ່ຍົກສູງປະສິດທິພາບຂອງການຮ່ວມມືດ້ານພະລັງງານໄຟຟ້າ, ກະສິກໍາ, ປັນຍາປະດິດ, ການທ່ອງທ່ຽວ ແລະ ອື່ນໆ; ປະສານສົມທົບກັນເພື່ອບຸກທະລຸ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືຂະໜາດໃຫຍ່ ແລະ ຮ່ວມກັນປາບປາມບັນຫາອາຊະຍາກໍາຕ່າງໆ ທີ່ເກີດຂຶ້ນຢ່າງທັນການ. ໃນການພົບປະ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ.
May be an image of 2 people, dais and text May be an image of 2 people, the Oval Office and dais
ພາຍຫຼັງສໍາເລັດການພົບປະ ກັບ ສະຫາຍ ສີ ຈິ້ນຜິງ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ພົບປະກັບ ສະຫາຍ ຕິງ ເຊຍສຽງ ກໍາມະການປະຈໍາກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ຊຶ່ງສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບ ການຊຸກຍູ້ ແລະ ເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຍິນດີສືບຕໍ່ລົງເລິກການຮ່ວມມືສອງຝ່າຍ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນໄລຍະຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ, ສອງລັດຖະບານ ລາວ-ຈີນ ໄດ້ລົງນາມ “ສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາປະຕູດຽວ, ຄັ້ງດຽວ ຢູ່ ດ່ານສະຖານີລົດໄຟສາກົນ ລາວ-ຈີນ” ແລະ ເອກະສານຮ່ວມມືສອງຝ່າຍ ອີກຈໍານວນໜຶ່ງ.
ຂ່າວ: ກະຊວງການຕ່າງປະເທດ