ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 21 ມັງກອນ 2023,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທີ 3 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20/1/1949-20/1/2023), ໂດຍການຕ້ອນຮັບຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ,ເລຂາພັກແຂວງ ເຈົ້າແຂວງ ແຂວງອຸດົມໄຊ,ມີຄະນະພັກ-ຄະນະບັນຊາ ກອງພົນທີ 3,ກຳລັງທ້ອງຖິ່ນ,ປກສ,ຕະຫຼອດຮອດ ນາຍ ແລະ ພົນທະຫານ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ,ຫົວໜ້າການທະຫານ ກອງພົນທີ 3 ໄດ້ຂຶ້ນລາຍງານໂດຍສັງເຂບກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງ ຂອງກົມກອງ, ລວມທັງ ຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ.ກອງພົນທີ 3 ມີພາລະບົດບາດ ເປັນເສນາທິການໃຫ້ກະຊວງປ້ອງກັນປະເທດໃນການເຄື່ອນ ໄຫວຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ພາຍໃຕ້ການຊີ້ນໍາ-ບັນຊາໂດຍກົງຮອບດ້ານ ຂອງຄະນະພັກກະຊວງປ້ອງກັນປະເທດ, ເປັນກຳລັງຫຼັກແຫຼ່ງ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຊ່ວຍໜູນ ໃຫ້ບັນດາແຂວງພາກເໜືອ,ຊີ້ນໍາອົງການ, ກົມກອງຈັດຕັ້ງ ກຳລັງລົງກໍ່ສ້າງຮາກຖານການ ເມືອງ ຕາມຂອບເຂດກົມກອງຕັ້ງທັບ, ແບບທາງກວ້າງ ແລະ ທາງເລິກ, ປະສານສົມທົບກັບກໍາລັງທ້ອງຖິ່ນ,ກໍາລັງ ປກສ ໃນການປົກປັກຮັກສາຊາຍແດນ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ.ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ສຸມໃສ່ອົບຮົມ-ຫັດແອບ ແລະ ປັບປຸງ ລະບຽບແບບແຜນ ໃຫ້ມີຄວາມຮັດກຸມເປັນເອກະພາບ; ຊີ້ນໍາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງ ສ້າງພະລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍສຸມໃສ່ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ເພື່ອຮັບປະກັນການ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ນັບມື້ດີຂຶ້ນ,ຄຸ້ມຄອງພາຫະນະເຕັກນິກການທະຫານໃຫ້ມີຄຸນນະພາບແລະນໍາໃຊ້ໄດ້ຍາວນານ. ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຂົງເຂດວຽກງານຕ່າງໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງຕົນໂດຍສາມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານຫຼາຍດ້ານ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການປະຕິວັດ ແລະ ມູນເຊື້ອອັນພິລະອາດຫານຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 74 ປີ.ເວົ້າລວມ, ເວົ້າສະເພາະ ຜົນ ສຳເລັດ ທີ່ນາຍ ແລະ ພົນທະຫານ ກອງພົນ ທີ 3 ຍາດມາໄດ້, ພ້ອມທັງ ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ, ສະພາບການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສະເພາະ ຄວາມພະຍາຍາມຂອງພັກ-ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງມີຜົນສຳເລັດ, ຂໍ້ສະດວກ-ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ໃນປັດຈຸບັນ. ຕໍ່ສະພາບການດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ຄະນະ ພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງພົນທີ 3 ຍົກສູງດ້ານຄຸນທາດການເມືອງໃຫ້ໜັກແໜ້ນເຂັ້ມແຂງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຕິດພັນກັບການຈັດຕັ້ງສອງວາລະແຫ່ງຊາດຂອງພັກແລະລັດຖະບານວ່າດ້ວຍການແກ້ໄຂເສດຖະກິດ-ການເງີນແລະບັນຫາຢາເສບຕິດໃຫ້ຂາດຕົວ ໄປສົມຄູ່ກັບການຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ,ສ້າງທ່າສະໜາມຕາໜ່າງປ້ອງກັນຊາດເຂັ້ມແຂງ,ກຸ່ມບ້ານປ້ອງກັນຄວາມສະຫົງບດີຕິດພັນກັບບ້ານພັດທະນາຕາມທິດ 3 ສ້າງຂອງພັກໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ,ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານແລະສ້າງບ້ານເປັນຫົວໜ່ວຍພັດທະນາຢ່າງແຂງແຮງ;ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດເໝາະກັບຕົວຈິງ ແລະ ໂປ່ງໃສ, ມີການແບ່ງວຽກແລະ ມອບໝາຍຄວາມ
ຮັບຜິດຊອບຢ່າງຈະແຈ້ງແລະມີແບບແຜນນຳພາຢ່າງປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ຕໍ່ຜົນໄດ້ຜົນເສຍໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະວິຊາສະເພາະທີ່ນອນໃນຂອບເຂດຄວາມຮັບຜິດຊອບ ໂດຍຖືເອົາຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ ເປັນບ່ອນອີງ ຕັ້ງໜ້າປັບປຸງກໍ່ສ້າງກຳລັງໃນທຸກດ້ານ ໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ປັບປຸງລະບອບຄຸ້ມຄອງນໍາພາ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນກົກ,ສໍາຄັນແມ່ນຍົກສູງວຽກງານອົບຮົມ-ຫັດແອບການເມືອງ,ການທະຫານ,ພະລາທິການ,ເຕັກນິກການທະຫານແລະວິຊາສະເພາະເຫຼົ່າຮົບເປັນປະຈໍາ;ພ້ອມນັ້ນກໍ່ສຸມທຸກເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນ ໃນການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງຮອບດ້ານ.ເອົາໃຈໃສ່ວຽກງານຄຸ້ມຄອງ ພາຫະນະເຕັກນິກການທະຫານໃຫ້ມີຄຸນນະພາບກຽມພ້ອມສູ້ຮົບແລະສູ້ຮົບມີໄຊ;ປະກອບສ່ວນສໍາຄັນເຂົ້າໃນການສ້າງເສດຖະກິດ,ວັດທະນາທໍາ-ສັງຄົມ ຢູ່ທ້ອງຖິ່ນຮາກຖານໃຫ້ເຂັ້ມແຂງ ແລະຊ່ວຍເຫຼືອປະຊາຊົນ ໃນການປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ນັບມື້ນັບດີຂຶ້ນດັ່ງຄໍາເວົ້າທີ່ວ່າ:(ກອງທັບກັບປະຊາຊົນຄືປາກັບນໍ້າ). ຍາດແຍງເອົາການຮ່ວມມືຊ່ວຍເຫຼືອກັບກອງທັບປະເທດເພື່ອນມິດຍຸດທະສາດ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ເພື່ອປັບປຸງກໍ່ສ້າງກອງທັບ ເວົ້າລວມເວົ້າສະເພາະກໍຄືກົມກອງພວກສະຫາຍໃຫ້ມີແບບແຜນແລະທັນສະໃໝ,ພ້ອມນັ້ນກໍ່ຕ້ອງເສີມຂະຫຍາຍບົດບາດເປັນກໍາລັງຫຼັກແຫຼ່ງແກ່ນສານໃນການປະຕິບັດສອງໜ້າທີ່ຍຸດທະສາດຄື:ປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.ກອງທັບເວລາໃດກໍ່ນໍາໜ້າທຸກຂົງເຂດວຽກງານ,ເດັດດ່ຽວໜຽວແໜ້ນຜ່ານຜ່າທຸກອຸປະສັກເຮັດສໍາເລັດທຸກໜ້າທີ່ ສົມແລ້ວເປັນກໍາລັງແກ່ນສານຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກຢ່າງແທ້ຈິງ.
ໃນໂອກາດເຄື່ອນໄຫວຢ້ຽມຢາມ ຂອງ ສະຫາຍທອງລຸນ ສີສຸລິດ ຄັ້ງນີ້ ຍັງໄດ້ລົງຢ້ຽມຢາມກອງພັນ 612 ແລະມອບວັດຖຸປັດໄຈຈໍານວນໜຶ່ງໃຫ້ກອງພົນທີ 3 ເພື່ອປະກອບສ່ວນເຂົ້າ ໃນການປັບປຸງພັດທະນາກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ.