ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ນາງ ດາວວອນ ໄຊສຸລຽນ ໄດ້ຮັບຄວາມໄວ້ວາງໃຈຈາກສະຫາຍຜູ້ແທນສົມບູນ ໃຫ້ເປັນເລຂາຄະນະບໍລິຫານງານພັກ ເມືອງໄຊພູທອງ ອີກໜຶ່ງສະໄໝ.

Jan 22, 2025

ກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຄັ້ງວັນທີ 22 ມັງກອນ 2025 ຢູ່ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເຂົ້າຮ່ວມຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ບົວສອນ ມະຫາວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ນາງ ດາວວອນ ໄຊສຸລຽນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊພູທອງ.
ໃນກອງປະຊຸມບັນດາສະຫາຍຜູ້ແທນສົມບູນຈຳນວນ 167 ສະຫາຍ, ຍິງ 36 ສະຫາຍ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ຊຸດທີ VI ບົນພື້ນຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງຈຳນວນ 29 ສະຫາຍ, ຍິງ 9 ສະຫາຍ ແລະ ເລືອກໄດ້ 25 ສະຫາຍ, ຍິງ 7 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະພາບເລືອກເອົາຄະນະປະຈໍາພັກເມືອງ, ເລຂາ, ຮອງເລຂາຄະນະພັກເມືອງ ແລະ ປະທານ, ຮອງປະທານກວດກາພັກເມືອງ. ກອງປະຊຸມຄັ້ງນີ້ແມ່ນໄດ້ເລືອກເອົາຄະນະກຳມະການປະຈໍາພັກເມືອງຈໍານວນ 7 ສະຫາຍ,ຍິງ01 ສະຫາຍ. ເຊິ່ງໄດ້ເລືອກເອົາສະຫາຍ ນາງ ດາວວອນ ໄຊສຸລຽນ ເປັນເລຂາຄະນະບໍລິຫານງານພັກເມືອງອີກໜຶ່ງສະໄໝ, ສະຫາຍ ພົມມາ ສົງວິໄລ ແລະ ສະຫາຍ ປອ ບົງສຸວັນມະນີວົງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ເລືອກເອົາສະຫາຍ ເພີນ ທາມອນຕີ ເປັນປະທານຄະນະກວດກາພັກເມືອງ, ສະຫາຍບຸນມາ ທອງໄຊຍະສັກ ແລະ ສະຫາຍ ນາງ ຈັນທະໄມຕີ ແກ້ວກຸນລະວົງ ເປັນຮອງປະທານຄະນະກວດກາພັກເມືອງ. ພ້ອມນີ້ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນຈຳນວນ 17 ສະຫາຍ,ສຳຮອງ 3 ສະຫາຍໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສະຫວັນນະເຂດຕື່ມອີກ.
ໂອກາດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນເຂັມທິດໃນການນຳພາຊີ້ນຳຂອງອົງຄະນະພັກເມືອງໄຊພູທອງ ໃນຕໍ່ໜ້າກ່ອນອື່ນສະຫາຍກໍໄດ້ຍ້ອງຍໍຊົມເຊີຍອົງຄະນະພັກເມືອງໄຊພູທອງ ທີ່ຕະຫຼອດ 5 ປີຜ່ານມາ ບັນດາສະຫາຍຄະນະບໍລິຫານງານພັກເມືອງ ໄດ້ມີຄວາມພະຍາຍາມສູ້ຊົນ, ຜ່ານຜ່າອຸປະສັກນາໆປະການຈົນສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ພ້ອມທັງໄດ້ເນັ້ນໃຫ້ໃຫ້ອົງຄະນະພັກເມືອງຄັ້ງທີ VI ຕ້ອງໄດ້ເພີ່ມທະວີຍົກສູງການນຳພາຂອງຄະນະພັກໃນທຸກຂົງເຂດວຽກງານ, ເຮັດແນວໃດໃຫ້ມະຫາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ການຄຸ້ມຄອງຂອງລັດ, ບັນຫານີ້ພວກເຮົາເຄີຍເວົ້າກັນຫຼາຍຫຼົບຫຼາຍຕ່າວມາແລ້ວ ຢາກໃຫ້ມະຫາຊົນມີຄວາມສັດທາເຫຼື່ອມໃສ, ເຊື່ອໝັ້ນຕໍ່ການນໍາພາຂອງພັກນັ້ນພວກເຮົາຕ້ອງເອົາໃຈໃສ່ວຽກງານປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ແຕ່ລະຂົງເຂດວຽກງານ, ເພີ່ມທະວີເຮັດວຽກງານການເມືອງ-ແນວຄິດ ຢູ່ແຕ່ລະຂະແໜງການ ຂອງເມືອງ-ຮາກຖານບ້ານ ໃຫ້ແຂງແຮງ, ເລິກເຊິ່ງກວ່າເກົ່າ ໂດຍຖືເອົາການກະກຽມ ແລະ ສະເຫຼີມສະຫຼອງສາມວັນປະຫວັດສາດ ໃນປີ 2025 ເປັນບັ້ນຫວນຄືນມູນເຊື້ອ ຂອງພັກ, ຂອງຊາດ ເພື່ອສຶກສາອົບຮົມ ແລະ ປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່ຂອງສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວເມືອງ, ເພີ່ມທະວີຄວາມເອົາໃຈໃສ່ ປັບປຸງກໍາລັງ ປກຊ-ປກສ ຂອງເມືອງ ໃຫ້ເຂັ້ມແຂງ ມີລະບຽບວິໄນເຂັ້ມງວດ ແລະ ມີແບບແຜນທັນສະໄໝ; ເພີ່ມທະວີການປຸກລະດົມ-ຂົນຂວາຍທົ່ວສັງຄົມ ໃຫ້ມີສະຕິຕື່ນຕົວສູງ ປະກອບສ່ວນເຂົ້າໃນການປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກເຮົາ ແລະ ເຮັດໃຫ້ວຽກງານດັ່ງກ່າວນີ້ ກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບລວມຂອງທົ່ວສັງຄົມຢ່າງແທ້ຈິງ,ສືບຕໍ່ເພີ່ມທະວີການນໍາພາ-ຊີ້ນໍາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ເຮັດວຽກງານ 3 ສ້າງ ໃຫ້ແຂງແຮງກວ່າເກົ່າ, ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຍູ້ແຮງຂະບວນການເຄື່ອນໄຫວຂອງທຸກພາກສ່ວນພາຍໃນເມືອງ ພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງ ໄຊພູທອງ ຕິດພັນກັບການສືບຕໍ່ປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນ ຂອງປະເທດໃນປະຈຸບັນ,ໃຫ້ເອົາໃຈໃສ່ວຽກງານວັດທະນະທໍາ-ສັງຄົມ ໃຫ້ສົມສ່ວນ ກັບການພັດທະນາດ້ານເສດຖະກິດ, ຮັບປະກັນການພັດທະນາຊັບພະຍາກອນມະນຸດຢ່າງຮອບດ້ານ, ສະເພາະໜ້ານີ້ ແມ່ນສຸມໃສ່ແກ້ໄຂການຄາດແຄນຄູສອນດ້ວຍການໂຮມໂຮງຮຽນ, ແກ້ໄຂບັນຫາການປະລະການຮຽນ ຂອງນັກຮຽນໃນທຸກຊັ້ນຮຽນ, ປັບປຸງແກ້ໄຂໂຮງຮຽນ ທີ່ບໍ່ໄດ້ມາດຖານ ເພື່ອດຶງດູດການເຂົ້າຮຽນ ຂອງນັກຮຽນ, ພ້ອມກັນນັ້ນ ຕ້ອງສຶກສາອົບຮົມຜູ້ປົກຄອງນັກຮຽນ ໃຫ້ອົບຮົມ-ຊຸກຍູ້ລູກຫຼານຂອງຕົນ ໃຫ້ເຂົ້າຮຽນເປັນປົກກະຕິ-ຕໍ່ເນື່ອງ, ພາຍຫຼັງສໍາ​ເລັດກອງປະຊຸມໃຫຍ່ຄັ້ງນີ້ແລ້ວ ​ໃຫ້ຮີບຮ້ອນແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍ​ໃນຄະນະບໍລິຫານງານພັກເມືອງ, ຄະນະປະຈໍາພັກ​ເມືອງ ໃຫ້ລະອຽດ, ຈະແຈ້ງ, ບໍ່ວ່າຈະແມ່ນວຽກງານຢູ່ຂະແໜງການໃດ, ຂົງເຂດໃດ​ ເມື່ອ​ໝູ່ຄະນະ, ການຈັດຕັ້ງ ກໍ່ຄືຂັ້ນເທິງໄດ້ມອບໝາຍໃຫ້ໄປຮັບຜິດຊອບ ກໍຕ້ອງເອົາໃຈໃສ່ປະຕິບັດດ້ວຍຄວາມຮັບຜິດຊອບສູງ, ບໍ່ໃຫ້ເລືອກວຽກ, ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດໜ້າທີ່ ທີ່ຄະນະພັກຂັ້ນເທິງມອບມາຍໃຫ້.
ຈາກນັ້ນ ສະຫາຍ ນາງ ດາວວອນ ໄຊສຸລຽນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊພູທອງ ກໍ່ໄດ້ຂຶ້ນຮັບຄຳໂອວາດ ແລະ ກ່າວປິດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊພູທອງ ຄັ້ງທີ VI ຢ່າງເປັນທາງການ