ກອງປະຊຸມໃຫຍ່ ຊາວໜຸ່ມ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ XIII ຈັດຂຶ້ນໃນວັນທີ 23 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ສຸກພາພອນ ຜານິດ, ເລຂາຄະນະບໍລິຫານງານຊາວໜຸ່ມ ສູນກາງສະຫະພັນແມ່ຍິງລາວ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ, ກໍາມະການສູນກາງພັກ, ເລຂາຄະນະ ພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ; ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 110 ສະຫາຍ ຍິງ 95 ສະຫາຍ, ຜູ້ແທນສົມບູນ 85 ສະຫາຍ ຍິງ 74 ສະຫາຍ ແລະ ແຂກຮັບເຊີນ ເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານບົດລາຍງານການເມືອງທັງສອງພາກ ແລະ ທິດທາງແຜນ ການໃນຕໍ່ໜ້າ ທີ່ຍົກໃຫ້ເຫັນຜົນ ງານພົ້ນເດັ່ນທີ່ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຈຸດອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ຊຶ່ງໄລຍະຜ່ານມາ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສູນກາງສະຫະພັນແມ່ຍິງລາວ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດດ້ວຍຫຼາຍຮູບແບບ; ຊຸກຍູ້ ແລະ ສົ່ງເສີມໃຫ້ສະມາຊິກຊາວໜຸ່ມ ເຂົ້າຮ່ວມຈັດກິດຈະກໍາຕ່າງໆ ທີ່ສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວຈັດຂຶ້ນ ແລະ ການສ້າງຕັ້ງກອງຊາວໜຸ່ມຕະລຸມບອນ.
ລວມທັງການປະກອບສ່ວນເຂົ້າໃນ ຂະບວນອາສາສະໝັກຊ່ວຍເຫຼືອຜູ້ທຸກຍາກ, ຕ້ານແລ້ງ, ຕ້ານຖ້ວມ, ອອກແຮງງານ ລວມ ເພື່ອຕ້ອນຮັບວັນສໍາຄັນຕ່າງໆ ຂອງພັກ ຂອງຊາດ; ປະກອບສ່ວນບໍລິຈາກເລືອດ, ກິດຈະກໍາສົ່ງ ເສີມວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ນໍາພາສະມາຊິກຊາວໜຸ່ມ ປະຕິບັດຂໍ້ແຂ່ງ ຂັນ 4 ບຸກ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຂໍ້ແຂ່ງຂັນຂອງອົງການຈັດຕັ້ງມະຫາຊົນອື່ນ, ພ້ອມທັງ ເຂົ້າຮ່ວມຂະບວນການລວມຂອງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ຢ່າງເປັນຂະບວນຟົດຟື້ນ; ພ້ອມນີ້ ຕາງໜ້າຄະນະກຳບານ ສສຍລ ກໍໄດ້ປະກອບຄຳເຫັນຕໍ່ກອງປະຊຸມ.
ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສູນກາງສະຫ ະພັນແມ່ຍິງລາວ ຊຸດໃໝ່ ຈຳນວນ 7 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ວິໄລວັນ ບຸບຜານຸວົງ ເປັນເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສູນກາງສະຫະພັນແມ່ຍິງລາວ, ສະຫາຍ ນາງ ນິດ ບຸນມີໄຊ ແລະ ສະຫາຍ ນາງ ສຸດທິລາ ແສງດາລາ ເປັນຮອງເລຂາ, ສະຫາຍ ຊະນະພົນ ພອນທິບ, ສະຫາຍ ນາງ ມະນີວອນ ສົມລືດີ, ສະຫາຍ ນາງ ບຸນຊູ ພຸດທະວົງ ແລະ ສະຫາຍ ນາງ ວຽງພອນ ຫຼວງລິດ ເປັນຄະນະ.
ກອງປະຊຸມ ຍັງໄດ້ເລືອກເອົາ ສະຫາຍ ນາງ ນິດ ບຸນມີໄຊ ເປັນປະທານກວດກາ, ສະຫາຍ ນາງ ບຸນຊູ ພຸດທະວົງ ເປັນຮອງປະທານກວດກາ ແລະ ເລືອກເອົາຜູ້ແທນສົມບູນ 4 ສະຫາຍ ແລະ ສໍາຮອງ 2 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວ ໜຸ່ມທົ່ວປະເທດ ຄັ້ງທີ IX ທີ່ຈະຈັດຂຶ້ນໃນຕໍ່ໜ້າ.
ໂອກາດນີ້, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ມອບໃບຍ້ອງຍໍໃຫ້ຄະນະບໍລິຫານງານຊາວໜຸ່ມ ປປລ ສສຍລ ສະໄໝທີ XII, ບັນດາໜ່ວຍ ແລະ ສະມາຊິກຊາວ ໜຸ່ມ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະຜ່ານມາ ແລະ ມອບເງິນ ຈໍານວນ 5,000,000 ກີບ ຊຸກຍູ້ກອງປະຊຸມໃຫຍ່ ຊາວໜຸ່ມ ສູນກາງສະຫະພັນແມ່ຍິງລາວ XIII ຕື່ມອີກ.
ຂ່າວ-ພາບ: ແມ່ຍິງລາວ







