ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ນາຍົກລັດຖະມົນຕີ ຕ້ອນຮັບສະຫາຍ ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ

Mar 13, 2024

ສະຫາຍ ນາຍົກລັດຖະມົນຕີ ຕ້ອນຮັບສະຫາຍ ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ
ໃນຕອນແລງວັນທີ 11 ມີນາ 2024 ທີ່ສຳນັກງານນາຍົກ ລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂອງສະຫາຍ ດິ່ງຕຽນ ຢຸງ, ກໍາມະການ ກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຮ່ວມກັບຄະນະພັກ-ຄະ ນະນຳ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 11-12 ມີນາ 2024.
ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສະຫາຍ ດິ່ງຕຽນ ຢຸງ ທີ່ໄດ້ນຳພາຄະນະຜູ້ແທນ ນະຄອນຫຼວງຮ່າໂນ້ຍ ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ເຊິ່ງເປັນ ການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ຈະເລີນງອກງາມ ບໍ່ຢຸດຢັ້ງ; ໄດ້ຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື ຂອງສອງນະຄອນຫຼວງ ທີ່ໄດ້ລົງນາມຮ່ວມ ກັນໃນປີ 2022 ຜ່ານມາ ລວມທັງ ການຊ່ວຍເຫຼືອຂອງນະຄອນ ຫຼວງຮ່າໂນ້ຍ ໃຫ້ແກ່ນະຄອນຫຼວງວຽງຈັນ ເປັນຕົ້ນ ການກໍ່ສ້າງຊັບພະຍາກອນມະນຸດ, ການພັດທະນາໂຄງລ່າງພື້ນຖານ, ການ ແລກປ່ຽນບົດຮຽນດ້ານຕ່າງໆ ເຊິ່ງລ້ວນແລ້ວແຕ່ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງ ຈັນ ກໍ່ຄື ສປປ ລາວ ຢ່າງຫຼວງຫຼາຍ; ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດອັນພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງຮ່າໂນ້ຍ ໃນຊຸມປີຜ່ານມາ,
ພ້ອມທັງສະເໜີໃຫ້ສອງນະຄອນຫຼວງສືບຕໍ່ແລກປ່ຽນຢ້ຽມຢາມຄະນະຜູ້ແທນຂອງຕົນ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ໃນຂົງເຂດວຽກງານຕ່າງໆ ເປັນຕົ້ນ ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານກໍ່ ສ້າງຮາກຖານ, ວຽກງານຄຸ້ມຄອງບຸກຄະລາກອນ, ວຽກງານຈັດເກັບລາຍຮັບທັນສະໄໝ, ວຽກງານການຄ້າ-ການລົງທຶນ, ວຽກງານການທ່ອງທ່ຽວ, ວຽກ ງານການສຶກສາ, ບົດຮຽນການແກ້ໄຂ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆ. ນອກນັ້ນ, ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ -ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ບັນດາວຽກງານຈຸດສຸມ ທີ່ລັດຖະບານ ກໍ່ຄື ນະຄອນຫຼວງວຽງຈັນ ຈະໄດ້ພ້ອມກັນສຸມໃສ່ພັດທະນາ, ລວມທັງ ການກະກຽມເປັນປະທານ ຈັດກອງປະຊຸມ ສຸດຍອດອາຊຽນ ຂອງ ສປປ ລາວ ໃນທ້າຍປີນີ້. ໃນຕອນທ້າຍ, ສະຫາຍ ນາຍົກລັດຖະມົນຕີ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນນະຄອນຫຼວງຮ່າໂນ້ຍ ຈົ່ງປະສົບຜົນສຳເລັດ ໃນການມາເຄື່ອນ ໄຫວເຮັດວຽກ ຢູ່ສປປ ລາວ ໃນຄັ້ງນີ້.
ໃນໂອກາດດຽວກັນ, ສະຫາຍ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ນຳເອົາຄວາມຢ້ຽມຢາມຖາມຂ່າວ ຂອງສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ມາຍັງ ສະຫາຍ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນການຮ່ວມມືສອງຝ່າຍ ລະຫວ່າງ ນະຄອນ ຫຼວງຮ່າໂນ້ຍ ກັບນະຄອນຫຼວງວຽງຈັນ ໃນໄລຍະທີ່ຜ່ານມາ, ລວມທັງ ຜົນການພົບປະຮ່ວມກັນ ໃນໂອກາດມາເຮັດວຽກຢູ່ນະຄອນ ຫຼວງວຽງຈັນ ໃນຄັ້ງນີ້. ນອກນັ້ນ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ຂອງນະຄອນຫຼວງຮາໂນ້ຍ ໃນປີທີ່ຜ່ານມາ, ທັງສະແດງຄວາມໝາຍໝັ້ນ ຈະສືບຕໍ່ພົວພັນຮ່ວມມືກັບນະຄອນຫຼວງວຽງຈັນ ກໍ່ຄື ສປປ ລາວ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນ ຢ່າງບໍ່ຢຸດຢັ້ງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.