ໃນຕອນເຊົ້າວັນທີ 06 ສິງຫາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ພົນເອກ ຫງວຽນ ຈ້ອງ ເຫງ້ຍ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.
ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ພ້ອມດ້ວຍຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ພ້ອມທັງ ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ, ກອງປະຊຸມປະຖົມມະເລິກຂອງສະພາແຫ່ງຊາດ ຊຸດທີ 16 ແລະ ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍ ການນໍາຂັ້ນສູງຂອງຫວຽດນາມ ທີ່ໄດ້ຮັບການເລືອກຕັ້ງໃນສະໄໝ 2026-2031; ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືດ້ານການເມືອງ ລະຫວ່າງສອງກອງທັບ ທີ່ໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນ, ເຊິ່ງໄດ້ຊ່ວຍສຶກສາອົບຮົມ, ແລກປ່ຽນບົດຮຽນ, ກໍ່ສ້າງ-ບຳລຸງພະນັກງານ, ການກໍ່ສ້າງໂຄງລ່າງພື້ນຖານ, ທ້ອນໂຮມ ແລະ ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະ ການປະກາດຮັບຮອງເສັ້ນທາງສາຍພູຫຼວງ-ໂຮ່ຈີມິນ ເບື້ອງດິນແດນລາວ ເປັນຮ່ອງຮອຍປະຫວັດສາດແຫ່ງຊາດ. ພ້ອມນີ້, ສະຫາຍ ໄດ້ສະເໜີໃຫ້ສອງກອງທັບ ສືບຕໍ່ເພີ່ມທະວີແລກປ່ຽນບົດຮຽນປະສົບການຮ່ວມກັນ ທັງເປັນການສືບຕໍ່ຈັດຕັ້ງປະຕິບັດບັນດາຕາມການຕົກລົງ ຂອງການນໍາສອງປະເທດ ກໍຄື ສອງກອງທັບ ໃຫ້ນັບມື້ມີຜົນສໍາເລັດຕາມແຜນການທີ່ກໍໍານົດໄວ້. ໃນຕອນທ້າຍ ໄດ້ສະແດງຄວາມຂອບໃຈ ພັກ-ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ, ພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ໄປຍັງສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕື່ມອີກ.

ໂອກາດດຽວກັນ, ສະຫາຍ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຄັ້ງນີ້; ພ້ອມທັງ ລາຍງານກ່ຽວກັບຜົນສຳເລັດຂອງການພົບປະເຮັດວຽກຢ່າງເປັນທາງການ ຮ່ວມກັບ ກະຊວງປ້ອງກັນປະເທດ ຂອງລາວ, ການແລກປ່ຽນບົດຮຽນ ແລະ ທິດທາງການຮ່ວມມືວຽກງານພັກ-ວຽກງານການເມືອງ, ໂດຍໄດ້ສະແດງຄວາມໝັ້ນໝາຍ ທີ່ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດ ກັບກອງທັບປະຊາຊົນລາວ ແລະ ລັດຖະບານລາວ, ສືບຕໍ່ເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ປະສານສົມທົບຈັດຕັ້ງຜັນຂະຫຍາຍບັນດາອະນຸສັນຍາ, ແຜນການຮ່ວມມື ແລະ ເນື້ອໃນທິດຊີ້ນຳ ຂອງສະຫາຍ ນາຍົກລັດຖະມົນຕີ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຮູບປະທຳ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບເສີມຂະຫຍາຍ ແລະ ແຕກດອກອອກຜົນ ຢ່າງບໍ່ຢຸດຢັ້ງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ


