ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ບຸດສະກອນ ອິນທະລັງສີ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງພຽງ ອີກສະໄໝໜຶ່ງ

Jan 16, 2025

ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງພຽງ ແຂວງໄຊຍະບູລີ ຄັ້ງທີ IXໄດ້ສຳເລັດລົງໃນວັນທີ 15 ມັງກອນ 2025 ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງ, ພາຍໃຕ້ການເປັນປະທານຂອງສະຫາຍ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໆພຽງ
ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ບົນພື້ນຖານມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້ ເຊີ່ງມີຜູ້ອອກສະ ໝັກເລືອກຕັ້ງ 31 ສະຫາຍ, ຍິງ 7 ສະຫາຍ ແລະ ເລືອກໄດ້ 27 ສະຫາຍ, ຍິງ 6 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງພຽງຊຸດໃໝ່ ໄດ້ເປັນເອກະສັນເລືອກຕັ້ງເອົາຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ ແລະ ປະທານ, ຮອງປະທານກວດກາພັກ ດັ່ງນີ້:
ເລືອກຄະນະປະຈໍາພັກຈໍານວນ 9 ສະຫາຍ, ເລືອກ ເອົາສະຫາຍ ບຸດສະກອນ ອິນທະລັງສີ ເປັນເລຂາຄະນະບໍລິຫານງານພັກເມືອງອີກໜຶ່ງສະໝ, ສະຫາຍ ຄຳພັນ ຄຳພູບົວ ແລະ ສະຫາຍ ນາງ ດາວັນ ພະວົງຈິດ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ເລືອກເອົາສະຫາຍ ທອງໄຊ ລີປະມາ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ຄຳໝັ້ນ ສອນສຸພາບ ແລະ ສະຫາຍ ຄຳປ່ວນ ທອງພຸດ ເປັນຮອງປະທານຄະນະກວດກາພັກເມືອງ
ພ້ອມນີ້ ໄດ້ເລືອກເອົາຜູ້ແທນສົມບູນ,ສຳຮອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງໄຊຍະບູລີຕື່ມອີກ.
ຫລັງຈາກນັ້ນ, ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງ​ສະ​ຫາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຄະ​ນະ​ພັກ​ຊຸດ​ເກົ່າ ທີ່​ໄດ້​ນໍາພາ-ຊີ້​ນຳ ສະ​ມາ​ຊິກ​ພັກ, ພະ​ນັກ​ງານ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ທີ່​ໄດ້​ສູ້​ຊົນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ ໃຫ​ຍ່ ຄັ້ງ​ທີ VIII ຍາດ​ໄດ້​ຜົນ​ສຳ​ເລັດຫຼາຍ​ດ້ານພ້ອມທັງຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານ ແລະ ປະຊາ ຊົນບັນດາເຜົ່າ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວມຮັບຜິດຊອບການເມືອງຂອງຕົນ ເຮັດໃຫ້ວຽກງານມີຜົນສຳເລັດສູງ, ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ສົມກັບວິໄສທັດການພັດທະນາຂອງເມືອງທີ່ວ່າສ້າງເມືອງພຽງ ໃຫ້ເປັນເມືອງຜະລິດສະບຽງອາຫານ ຕິດພັນກັບການປຸງແຕ່ງສົ່ງອອກ, ພັດທະນາການບໍລິການທາງຜ່ານ ແລະ ການທ່ອງ ທ່ຽວ ທີ່ເປັນມິດກັບສິ່ງແວດລ້ອມແລະພ້ອມກັນສືບທອດພາລະກິດຂອງພັກໃນຕໍ່ໜ້າໃຫ້ບຸນລຸຄາດໝາຍ.
ຂ່າວ-ພາບ: ແສງສຸດາ ກິ່ງສະຫວັດ