ສະຫາຍ ບຸນຈັນ ປານຟອງເພັດ ສືບຕໍ່ເປັນເລຂາຄະນະບໍລິຫານງານພັກເມືອງໂພນທອງ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນທອງ ແຂວງຫຼວງພະບາງ ຄັ້ງທີ III ໄດ້ດຳເນີນເປັນເວລາ 2 ວັນເຕັມ, ແຕ່ວັນທີ 23-24 ມັງກອນ 2025 ທີ່ສະໂມສອນໃຫຍ່ຂອງເມືອງ; ໂດຍມີຜູ້ແທນສົມບູນ ທັງໝົດ 85 ສະຫາຍ ຍິງ 4 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1,085 ສະຫາຍ ແລະຜູ້ແທນຮັບເຊີນ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະໄດ້ຮັບຮອງເອົາ ເນື້ອໃນລາຍງານການເມືອງ ຂອງຄະນະບໍລິຫານງານພັກເມືອງຄັ້ງທີ II ໂດຍໄດ້ສະຫຼຸບຕີລາຄາໝາກຜົນ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະ ນະພັກເມືອງ ກໍຄືມະຕິ VIII ຂອງອົງຄະນະພັກແຂວງ ແລະມະຕິ XI ຂອງພັກ ເປັນຕົ້ນ ບັນດາຜົນສໍາເລັດທີ່ພົ້ນເດັ່ນ ໃນຂົງເຂດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ, ການລົງກໍ່ສ້າງຮາກຖານການເມືອງ, ພັດທະ ນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະວຽກງານສາມສ້າງ, ການປັບປຸງການບໍລິຫານລັດຂັ້ນຕ່າງໆ, ວຽກງານພົວ ພັນຕ່າງປະເທດ, ວຽກງານແນວລາວສ້າງຊາດ-ນັກຮົບເກົ່າ ແລະວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານກໍ່ສ້າງພັກ-ພະນັກ ງານ, ບັນດາຜົນສໍາເລັດທີ່ບັນລຸໄດ້ໃນ 5 ປີ ຜ່ານມາ ໄດ້ສ້າງພື້ນຖານ ແລະທ່ວງທ່າອັນໃໝ່ ໃຫ້ເມືອງໂພນທອງ ສືບຕໍ່ພັດທະ ນາ ຖືກຕ້ອງຕາມທິດທາງ ແລະຈຸດໝາຍທີ່ວາງໄວ້, ພ້ອມນັ້ນ ໄດ້ຮັບຮອງເອົາ ຂໍ້ສະຫຼຸບ 3 ປະການ ເຊິ່ງເປັນບົດຮຽນທີ່ຖອດ ຖອນໄດ້ ຈາກພຶດຕິກໍາແຫ່ງການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ II ຂອງອົງຄະນະພັກເມືອງ, ທັງກໍານົດເອົາທິດ ທາງລວມ ແລະ 13 ຄາດໝາຍສູ້ຊົນຕົ້ນຕໍ ແຕ່ປີ 2025-2029, ພ້ອມດຽວກັນນັ້ນ ໄດ້ຮັບຟັງການລາຍງານ ກ່ຽວກັບແຜນພັດ ທະນາເສດຖະກິດ-ສັງ ຄົມ 5 ປີ (2025-2029) ແລະໄດ້ສະແດງຄວາມເຫັນດີເຫັນພ້ອມ ສະໜັບສະໜູນ ແຜນພັດທະນາເສດຖະກິດ-ສັງຄົມ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກເມືອງ ໃຫ້ເປັນແຜນງານ, ໂຄງການ; ໃນນັ້ນ ໄດ້ກໍານົດ 6 ເປົ້າໝາຍໃຫຍ່ ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະປະກົດຜົນເປັນຈິງ.
ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງຊຸດທີ II ໂດຍຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ ແລະຄວາມເປັນເຈົ້າການປະດິດສ້າງ ໃນການເສີມຂະຫຍາຍມູນເຊື້ອ ແລະບົດຮຽນ ຂອງຄະນະພັກຊຸດຜ່ານມາ, ສາມາດນໍາພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນ ມີຜົນສໍາເລັດອັນສໍາຄັນ ພົ້ນເດັ່ນຫຼາຍດ້ານ ແລະບາງດ້ານໄດ້ລື່ນຄາດໝາຍ.
ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນ ໄດ້ພ້ອມກັນໃຊ້ສິດ ປະຊາທິປະ ໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດທີ III ຈຳນວນ 25 ສະຫາຍ ຍິງ 3 ສະຫາຍ, ທັງປ່ອນບັດເລືອກຕັ້ງ ເອົາຜູ້ແທນສົມບູນ 12 ສະຫາຍ, ຍິງ 2 ສະຫາຍ ແລະຜູ້ແທນສຳຮອງ 2 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
ຜ່ານການດຳເນີນກອງປະຊຸມ ຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງໂພນທອງ ຊຸດທີ III ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກເອົາ ຄະນະປະຈຳພັກເມືອງ 7 ສະຫາຍ, ໃນນັ້ນ ໄດ້ເລືອກເອົາ ສະຫາຍ ບຸນຈັນ ປານຟອງເພັດ ເປັນເລຂາ ຄະນະບໍລິຫານງານພັກເມືອງ, ສະຫາຍ ສົມວອນ ແກ້ວຄຳພອນ ແລະສະຫາຍ ທອງດີ ດວງພະຈັນ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ອໍາຄາ ແກ້ວອໍາພອນ ເປັນປະ ທານຄະນະກວດກາພັກເມືອງ, ສະຫາຍ ອານຸສັກ ສີລິພົງ ແລະສະຫາຍ ນາງ ອຳໄພວັນ ເພັດສະໄໝ ເປັນຮອງປະທານຄະນະກວດກາພັກ.
ຕອນທ້າຍ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ; ໄດ້ຕີລາຄາສູງ ຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກເມືອງ ແລະການຈັດຕັ້ງປະຕິບັດ ບັນດາມະຕິ ໃນຊຸມປີຜ່ານມາ ທີ່ອົງຄະນະພັກເມືອງຍາດມາໄດ້; ທັງໄດ້ໃຫ້ທິດຊີ້ນໍາວຽກງານບາງດ້ານ ເພື່ອສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະປັບປຸງແກ້ໄຂຂໍ້ຄົງຄ້າງແຕ່ລະດ້ານ ໃຫ້ໝົດໄປ.
ພ້ອມນັ້ນສະຫາຍ ໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ ສືບຕໍ່ນໍາພາ-ຊີ້ນໍາ ໃນການຈັດຕັ້ງຜັນຂະຫຍາຍ ແລະປະຕິບັດມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງຊຸດນີ້ ໃຫ້ເຂົ້າສູ່ຊີວິດຕົວຈິງ ແລະມີຜົນສໍາເລັດຢ່າງເປັນຮູບປະທໍາ.




