ກອງປະຊຸມໃຫຍ່ຄັ້ງທີ XII ຂອງຜູ້ແທນອົງຄະນະພັກເມືອງນາແລ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 29-30 ມັງກອນຜ່ານມານີ້ ທີ່ສະໂມສອນຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມໂດຍ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ.
ກອງປະຊຸມໄດ້ຮັບຟັງຮ່າງບົດລາຍງານການເມືອງ ການຕີລາຄາໝາກຜົນການນຳພາ ຊີ້ນຳວຽກງານຮອບດ້ານຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ພ້ອມທັງ ຜ່ານທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ໃນການນຳພາແຕ່ປີ 2024 ຫາ 2029, ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງ ທີ 11 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 12 (2025-2029) ຂອງເມືອງ; ຮັບຟັງການຜ່ານບົດສໍາຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງ ຕະຫຼອດໄລຍະ 5 ປີຜ່ານມາ.
ຈາກນັ້ນ, ກອງປະຊຸມໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກເຂົ້າເປັນຄະນະບໍລິຫານງານພັກເມືອງນາແລຊຸດໃໝ່, ຊຶ່ງມີຜູ້ສະໝັກ 27 ສະຫາຍ ຍິງ 2 ສະຫາຍ; ເລືອກເອົາ 23 ສະຫາຍ. ເລືອກຕັ້ງເອົາຄະນະປະຈໍາພັກເມືອງ 7 ສະຫາຍ, ຍິງ 1 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະພາບເລືອກເອົາສະຫາຍ ບຸນທອນ ສີສະຫວັນ ເປັນເລຂາຄະນະບໍລິຫານງານ ພັກເມືອງ, ສະຫາຍ ທໍາມະວົງ ບຸນຖາວອນ ເປັນຮອງເລຂາ, ສະຫາຍ ສຸລິຕານ ຈອມສະຫວັນ ເປັນຮອງເລຂາ ເປັນປະທານກວດກາພັກ, ເລືອກເອົາສະຫາຍ ພົມມະນີ ນິນເພັດ ແລະ ສະຫາຍ ນາງ ຄໍາຜຸຍ ຟ້າແກ້ວສໍາພັນ ເປັນຮອງປະທານຄະນະກວດກາພັກ ແລະ ໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກແຂວງ ຄັ້ງທີ lX ຈໍານວນ 24 ສະຫາຍ, ຍິງ 2 ສະຫາຍ.
ໂອກາດນີ້, ສະຫາຍ ວຽງສະຫວັດ ສີພັນດອນ ໄດ້ເນັ້ນໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ພ້ອມກັນສືບຕໍ່ຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເຊີດຊູນ້ຳໃຈຮັກຊາດ, ຮັກລະບອບປະຊາ ທິປະໄຕປະຊາຊົນ, ຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ນໍາໃຊ້ທຸກທ່າແຮງບົ່ມຊ້ອນຢ່າງມີປະສິດທິຜົນ ເພື່ອພ້ອມກັນພັດທະນາເມືອງນາແລໃຫ້ມີບາດກ້າວຂະຫຍາຍຕົວຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
Cr: ນາງ ພອນທິບ ພິລາວັນ





