ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງງອຍ ແຂວງຫຼວງພະ ບາງ ຄັ້ງທີ XII ໄດ້ອັດລົງໃນວັນທີ 18 ມັງກອນ 2025 ພາຍຫລັງໄດ້ຍີນມາເປັນເວລາ 2 ວັນ.
ກອງປະຊຸມໃຫຍ່ ໄດ້ເປັນເອກະສັນຮັບຮອງເອົາເນື້ອໃນບົດລາຍງານການເມືອງທັງສອງພາກ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຜ່ານມາ ແລະບົດສໍາຫຼວດ ການນຳພາລວມຂອງຄະນະພັກຊຸດທີ XI, ຍົກໃຫ້ຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາຫຼາຍດ້ານ ເປັນຕົ້ນ ເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ພຶ້ນຖານໂຄງລ່າງໄດ້ຮັບການພັດທະນາ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ພາຍໃນເມືອງດີຂຶ້ນ, ເສດຖະ ກິດມີການຂະຫຍາຍຕົວ 4.2%, ສະເລ່ຍລາຍຮັບໃສ່ຫົວຄົນໜື່ງ ໄດ້ 21,786,000 ກີບຕໍ່ປີ, ດ້ານວັດທະນະທຳ-ສັງຄົມ ໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍຢ່າງທົ່ວເຖີງ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍ່າຫຼວດ ແລະປະຊາຊົນບັນດາເຜົ່າ ມີຄວາມເປັນເອກະພາບ ຕໍ່ແນວທາງ, ນະໂຍບາຍຂອງພັກ, ເຊື່ອ ໝັ້ນຕໍ່ການນໍາພາຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ການປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຖືກຕ້ອງ ຕາມມາດຖານເງື່ອນໄຂ ແລະມີຄຸນນະພາບ; ປັບປຸງອົງການປົກຄອງບ້ານ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນມີຄວາມ ໜັກແໜ້ນ, ເຂັ້ມແຂງກວ່າເກົ່າ, ຕັ້ງໜ້າພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໂດຍການຊຸກຍູ້ສົ່ງເສີມ ການປູກຝັງ-ລ້ຽງ ສັດ, ການຄ້າ, ການບໍລິການ ແລະອື່ນໆ ເພື່ອສ້າງໃຫ້ ປະຊາຊົນມີອາຊີບໝັ້ນທ່ຽງ, ມີລາຍຮັບໝັ້ນຄົງ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ຈໍານວນ ຄອບຄົວ, ບ້ານທຸກຍາກຫຼຸດລົງ.
ກອງປະຊຸມໃຫຍ່ໄດ້ເປັນເອກະສັນຮັບຮອງ ເອົາຄາດໝາຍສູ້ຊົນໃນການພັດທະນາເມືອງງອຍ ໃນ 5 ຕໍ່ໜ້າ ໃຫ້ໄປຕາມຄຳຂວັນທີ່ວ່າ: “ຍົກສູງຄວາມສາມາດນຳພາຂອງອົງຄະນະພັກເມືອງໃຫ້ໜັກແໜ້ນ, ສ້າງເມືອງງອຍໃຫ້ເປັນເມືອງທ່ອງທ່ຽວ ທາງດ້ານທໍາມະຊາດ, ປະຫວັດ ສາດ, ວັດທະນະທໍາ ທີ່ຍືນຍົງ ແລະ ໜ້າປະທັບໃຈ ອັນດັບສອງ ຂອງແຂວງ ຕິດພັນກັບການຜະລິດກະສິກຳເປັນສິນຄ້າ ເພື່ອສ້າງເງື່ອນໄຂໃຫ້ເມືອງ ກາຍເປັນຫົວໜ່ວຍເຂັ້ມແຂງຮອບດ້ານ”.
ພ້ອມດຽວກັນນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດທີ XII ເຊີ່ງມີຜູ້ເຂົ້າສະໝັກ ເລືອກຕັ້ງທັງໝົດ 29 ສະຫາຍ, ເລືອກເອົາ 25 ສະຫາຍ.
ຜ່ານການປ່ອນບັດ ແລະດຳເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນ ເອກະສັນກັນຢ່າງສົມບູນ, ເລືອກເອົາຄະນະປະຈຳພັກເມືອງ ຈຳນວນ 7 ສະຫາຍ, ຍິງ 1 ສະຫາຍ, ໃນນັ້ນ ໄດ້ເລືອກເອົາ ສະຫາຍ ບຸນເຕັມ ອາໄພສະຫວັດ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສົມສະນິດ ແກ່ນມະນີ ແລະສະຫາຍ ຄຳຜູ ພັນທະວົງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ສອນເພັດ ທະສີນິພອນ ເປັນປະທານ ກວດກາພັກ-ລັດເມືອງ.
ໃນກອງປະຊຸມ, ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນ ກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງຫຼວງພະບາງ ໄດ້ມີຄຳເຫັນເປັນທິດຊີ້ນຳ ໃຫ້ແກ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະຜູ້ແທນກອງປະຊຸມ ໃນການຈັດຕັ້ງປະຕິບັດ ເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງງອຍ ຄັ້ງທີ XII ໃຫ້ປະກົດຜົນເປັນຈິງ, ເພື່ອເຮັດເມືອງງອຍໄດ້ຮັບການພັດທະນາດີຂື້ນຢ່າງຕໍ່ເນື່ອງ.






