ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ຮັບຄວາມໄວ້ວາງໃຈເປັນເລຂາພັກແຂວງ

Sep 4, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ X ໄດ້ສຳເລັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 3 ກັນຍາ 2025 ທີ່ຫໍວັດທະນະທໍາໄກສອນພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ພາຍໃຕ້ການເປັນປະທານກອງປະຊຸມຂອງສະຫາຍ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຕາງໜ້າຈາກສູນກາງ, ຄະນະພັກ-ຄະນະນຳຈາກແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງຈໍາປາສັກ, ກອງພົນທະຫານຮາບທີ 4 ແລະ ບັນດາສະຫາຍຜູ້ແທນສົມບູນຈຳນວນ 481 ສະຫາຍ, ຍິງ 86 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງຈຳນວນທັງໝົດ 35,453 ສະຫາຍ, ຍິງ 10,412 ສະຫາຍເຂົ້າຮ່ວມຢ່າງພ້ອມພຽງ.
May be an image of 4 people, dais and text May be an image of 13 people, dais and text
May be an image of dais and text