ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ປອ ໂພໄຊ ໄຊຍະສອນ ຖືກແຕ່ງຕັ້ງໃຫ້ເປັນ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຮສສ ຜູ້ໃໝ່.

Jun 19, 2025

ພິທີມອບ – ຮັບ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ).
ໃນວັນທີ 19 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ . ໂດຍແຕ່ງຕັ້ງ ສະຫາຍ ປອ ໂພໄຊ ໄຊຍະສອນ ເປັນເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຮສສ ຜູ້ໃໝ່.
ພິທີດັ່ງກ່າວໃຫ້ກຽດເຂົ້າຮວ່ມເປັນສັກຂີພິຍານໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ, ກຳມະການກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງພິທີດັ່ງກ່າວໄດ້ມີການມອບ-ຮັບ ໂດຍ ສະຫາຍ ນາງ ໃບຄໍາ ຂັດທິຍະ ເລຂາຄະນະພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຜູ້ເກົ່າ ໄດ້ກ່າວມອບໜ້າທີ່ໃຫ້ກັບ ສະຫາຍ ປອ ໂພໄຊ ໄຊຍະສອນ ເປັນເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຮສສ ຜູ້ໃໝ່.
ໂອກາດດັ່ງກ່າວ ສະຫາຍ ນາງ ໃບຄໍາ ຂັດທິຍະ ເລຂາຄະນະພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຜູ້ເກົ່າ ຂຶ້ນກ່າວມອບໜ້າທີ່ວ່າ: ກ່ອນອື່ນ ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງມາຍັງ ກົມ ການເມືອງ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ທີ່ໄດ້ໄວ້ເນື້ອເຊື່ອໃຈ, ອົບຮົມບົ່ມເພາະ, ສຶກສາອົບຮົມ, ກໍ່ສ້າງຊ່ວຍເຫຼືອ ແລະ ມອບໝາຍຄວາມຮັບ ຜິດຊອບໃຫ້ຂ້າພະເຈົ້າຮັບຜິດຊອບມາເປັນໄລຍະໄລຍະ.
ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄະນະພັກ, ຄະນະນໍາ, ຜູ້ບໍລິຫານວຽກງານ ຮສສ, ສະມາຊິກພັກ, ພະນັກງານ ແຕ່ລະລຸ້ນຂອງກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ທີ່ໄດ້ໃຫ້ການກໍ່ສ້າງ,ຊ່ວຍເຫຼືອ, ສະໜັບສະໜູນ, ຂ້າພະເຈົ້ານັບແຕ່ມື້ເລີ່ມຕົ້ນຂອງ ການປະກອບສ່ວນເຂົ້າໃນຖັນແຖວລັດ ກ່ອນໜ້ານີ້ປະມານ 31 ປີ, ທີ່ຂ້າພະເຈົ້າປະຕິບັດໜ້າທີ່ຢູ່ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງເປັນປັດໄຈທີ່ສໍາຄັນທີ່ເຮັດໃຫ້ ຂ້າພະເຈົ້າໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບມອບໝາຍໜ້າທີ່ເປັນການນໍາ, ເປັນ ລັດຖະມົນຕີກະຊວງ ຮສສ ຕາມລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 133/ປປທ, ລົງວັນທີ 29 ມີນາ 2021 ພວກເຮົາໄດ້ພ້ອມກັນປະຕິບັດໜ້າ ທີ່ດ້ວຍຄວາມຮັບຜິດຊອບ ແລະ ມີຜົນສໍາເລັດສູງ. (ຂ້າພະເຈົ້າຖືສະເໝີວ່ານັ້ນແມ່ນຜົນສໍາ ເລັດລວມຂອງຜູ້ບໍລິຫານ, ສະມາຊິກພັກ, ພະນັກງານທັງໝົດທົ່ວຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ) ໂດຍການສະໜັບສະໜຸນຂອງທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ.
ຂ້າພະເຈົ້າຂໍຂອບໃຈເປັນຢ່າງສູງມາຍັງຜູ້ບໍລິຫານວຽກງານ ຮສສ ໃນຂອບເຂດທົ່ວ ປະເທດ, ສະມາຊິກພັກພະນັກງານທັງໝົດທົ່ວຂະແໜງ ຮສສ, ບັນດາທູດ, ຕານຸທູດ, ປະ ເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ຊ່ວຍເຫຼືອວຽກງານ ຮສສ ຕະຫຼອດມາ.
ໂອກາດນີ້ ຂ້າພະເຈົ້າຂໍຮຽກຮ້ອງມານຍັງບັນດາສະຫາຍຄະນະພັກ ແລະ ການນໍາ ທຸກຂັ້ນຕະຫຼອດຮອດສະມາ ຊິກພັກ, ພະນັກງານ-ລັດຖະກອນ ຈຶ່ງສືບຕໍ່ໃຫ້ສະໜັບໜູນ ແລະ ຊ່ວຍເຫຼືອສະຫາຍເລຂາພັກກະຊວງ, ລັດຖະມົນຕີ ຜູ້ໃໝ່ ຄືທີ່ໄດ້ຊ່ວຍຂ້າພະເຈົ້າໃນ ຊຸມປີຜ່ານມາ ເພື່ອພ້ອມກັນສືບຕໍ່ນໍາພາ ພັດທະນາວຽກແຮງງານ ແລະ ສະຫວັດດີການ ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໄປ ຢ່າງໜັກແໜ້ນ.
ຂໍອວຍພອນແດ່ສະຫາຍ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງ ພັກ, ເລຂາທິການສູນກາງພັກ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກໃນຊີວິດຂອງ ທ່ານເພື່ອສືບຕໍ່ຊີ້ນໍາ ການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ.
ອວຍພອນໃຫ້ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະ ພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນໍາພາ ຊີ້ນໍາພັດທະນາວຽກແຮງງານ ແລະ ສະ ຫວັດດີການສັງຄົມ ໃຫ້ກ້າວຂື້ນ ຢ່າງບໍ່ ຢຸດຢັ້ງ.
ອວຍພອນໃຫ້ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະພັກ, ຄະນະນໍາທຸກຂັ້ນ ແລະ ພະນັກງານຫລັກແຫລ່ງຂອງກະຊວງ ທຸກທ່ານ ຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ເພື່ອພ້ອມກັນຈັດຕັ້ງປະຕິບັດ ພາລະບົດບາດຂອງຕົນຢ່າງມີປະສິດຕິຜົນ.
(ຂ່າວສານຮສສ)