ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ຂໍແຈ້ງຂ່າວເສົ້າສະຫຼົດໃຈ ອັນສຸດຊຶ້ງ ມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ: ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ໄດ້ເຖິງແກ່ ມໍລະນະກຳ ໃນເວລາ 10:30 ໂມງ ຂອງວັນທີ 2 ເມສາ 2025 ດ້ວຍໂລກຊະລາ ລວມອາຍຸໄດ້ 102 ປີ.











