ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດ ແຂວງຈຳປາສັກ

Jan 19, 2026

ພາຍຫຼັງສໍາເລັດກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 4 ແຂວງພາກໃຕ້ ແລະ 1 ກອງພົນ, ໃນຕອນບ່າຍຂອງວັນທີ 16 ມັງກອນ 2026 ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ໂຮງງານຜະລິດນໍ້າໝາກໄມ້ ຂອງບໍລິສັດ DPS ຫຸ້ນສ່ວນສາກົນຈໍາກັດ ແລະ ສວນບູເບີລີ້ ຂອງບໍລິສັດຄອສຕາ ເບີລີ້ລາວ ຈໍາກັດຜູ້ດຽວ ທີ່ເມືອງປາກຊ່ອງ, ແຂວງຈໍາປາສັກ, ໂດຍມີສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງ, ເລຂາຄະນະບໍລິຫາງານພັກ ແຂວງຈຳປາສັກ, ສະຫາຍ ດາວວົງ ພອນແກ້ວ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງສາລະວັນ ພ້ອມດ້ວຍຄະນະນຳ ແຂວງຈຳປາສັກ ແລະ ສາລະວັນ ເຂົ້າຮ່ວມຕິດຕາມ.​
May be an image of one or more people No photo description available.
ການໄປຢ້ຽມຢາມບັນດາກິດຈະການເຫຼົ່ານັ້ນ, ສະຫາຍ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບປະຫວັດຄວາມເປັນມາ, ວິໄສທັດການພັດທະນາ, ສະພາບການດໍາເນີນກິດຈະການ, ແຜນພັດທະນາໃນຕໍ່ໜ້າ ແລະ ວຽກງານທີ່ປິ່ນອ້ອມ ຂອງກິດຈະການຕົນ, ເຊິ່ງບັນດາກິດຈະການດັ່ງກ່າວ ເປັນການຈັດຕັ້ງຜັນຂະຫຍາຍຕາມມະຕິ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະ ເປັນການປະກອບສ່ວນພັດທະນາ ແລະ ສ້າງຜົນຜະລິດກະສິກໍາ ເພື່ອສະໜອງໃຫ້ພາຍໃນ ແລະ ຕ່າງປະເທດ, ທັງເປັນການສ້າງວຽກເຮັດງານທຳ ແລະ ລາຍຮັບ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດທ້ອງຖິ່ນດັ່ງກ່າວ ໃຫ້ນັບມື້ດີຂຶ້ນ.
ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການລົງທຶນ ແລະ ດຳເນີນກິດຈະການ ຂອງສອງພາກສ່ວນດັ່ງກ່າວ, ພ້ອມທັງ ຮຽກຮ້ອງໃຫ້ບັນດາບໍລິສັດ ສືບຕໍ່ດຳເນີນກິດຈະການຂອງຕົນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ນັບມື້ຫຼາຍຂຶ້ນ.
May be an image of text May be an image of cold frame and seedlings
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.